(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ) |
ຕອນບ່າຍວັນທີ 27 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ແລະ ພັນລະຍາທ່ານນາງ ຫງວຽນທິແທັງງາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽນາມ ໄດ້ເດີນທາງໄປຮອດນະຄອນ Geneva, ປະເທດ ສະວິດ, ເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກ ຄັ້ງທີ 6 ແລະ ຈະມີບົດກ່າວປາໄສທີ່ວາລະປຶກສາຫາລືລວມ, ດ້ວຍຫົວຂໍ້ “ໂລກພວມເກີດຄວາມວຸ້ນວາຍ: ການຮ່ວມມືລັດຖະສະພາ ແລະ ລັດທິຫຼາຍຝ່າຍເພື່ອສັນຕິພາບ, ຍຸຕິທຳ ແລະ ວັດທະນາຖາວອນໃຫ້ປະຊາຊົນໝົດທຸກຄົນ”; ທ່ານກໍ່ຈະດຳເນີນບັນດາການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ ແຕ່ວັນທີ 27 – 30 ກໍລະກົດ. ຕອນບ່າຍວັນດຽວກັນ, ທີ່ການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສະວິດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຊີ້ແຈ້ງວ່າ:
“ປະຈຸບັນ, ພັກ, ລັດ ມີແຜນນະໂຍບາຍປະກາດໃຊ້ບັນດາກົນໄກສະເພາະໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຜູ້ທີ່ມີລະດັບຄວາມຮູ້ສູງ ກັບເມືອ ຫວຽດນາມ ເຮັດວຽກ ແລະ ດຳລົງຊີວິດ. ແລ້ວມີກົນໄກພິເສດກ່ຽວກັບການເຂົ້າຖືກສັນຊາດ, ກຳມະສິດເຮືອນຢູ່, ມີລາຍຮັບ ແລະ ສະພາບແວດລ້ອມແຫ່ງການເຮັດວຽກ, ດຶງດູດ, ຖືບັນດານັກວິທະຍາສາດແຖວໜ້າຂະແໜງເປັນສຳຄັນ. ປະຈຸບັນ, ບັນດາກົນໄກ, ນະໂຍບາຍໄດ້ເປີດອອກລຸລ່ວງ, ໂປ່ງໃສແລ້ວ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ”.

