ທ່ານປະທານນາທິບໍດີ ຢູແກຼນ Volodymyr Zelensky(ພາບປະກອບ: REUTERS/TTXVN)
|
ວັນທີ 20 ມີນາ, ບັນດາການນຳສະຫະພາບ ເອີລົບ (ອີຢູ) ໄດ້ເຕົ້າໂຮມຢູ່ ບຣຸກແຊນ, ປະເທດ ແບນຊິກ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມໝັ້ນຄົງ. ບັນດາກອງປະຊຸມລ້ວນແຕ່ປືກສາຫາລືກ່ຽວກັບແຜນການຍາວນານ ແນໃສ່ນຳມາເຊິ່ງສັນຕິພາບໃຫ້ແກ່ ຢູແກຼນ.
ທີ່ກອງປະຊຸມຢູ່ ບຣຸກແຊນ, ທ່ານປະທານນາທິບໍດີ ຢູແກຼນ Volodymyr Zelensky ຖືວ່າ, ເອີລົບ ຕ້ອງແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມດ້ານການທູດ ເພື່ອແນໃສ່ຢຸດຕິການປະທະກັນ. ນອກນັ້ນ, ທ່ານກໍ່ເຕື້ອງເຖິງເລື່ອງ ເອີລົບ ຕ້ອງມີເອກະລາດດ້ານເຕັກໂນໂລຊີ, ພິເສດແມ່ນໃນການຜະລິດອາວຸດ.
ກ່ຽວກັບບັນຫາດັ່ງກ່າວ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 20 ມີນາ, ທ່ານ Janos Boka, ລັດຖະມົນຕີບັນດາບັນຫາ ເອີລົບ ຂອງ ຮຸງກາຣີ ຖະແຫຼງວ່າ, ຮຸງກາຣີ ຄັດຄ້ານເລື່ອງ ຢູແກຼນ ເຂົ້າຮ່ວມບັນດາໂຄງສ້າງດ້ານປ້ອງກັນຊາດ ເອີລົບ, ແຕ່ສະໜັບສະໜູນ ຢູແກຼນ ກາຍເປັນເຂດກາງລະຫວ່າງ ລັດເຊຍ ແລະ ສະຫະພາບ ເອລົບ (ອີຢູ). ຕາມທ່ານແລ້ວ, ຄວາມໝັ້ນຄົງດ້ານປ້ອງກັນຊາດຂອງ ເອີລົບ ຈະບໍ່ເຂັ້ມແຂງກວ່າເມື່ອ ຢູແກຼນ ເຂົ້າຮ່ວມບັນດາລະບົບປ້ອງກັນ, ແຕ່, ເລື່ອງ ຢູແກຼນກາຍເປັນເຂດກາງລະຫວ່າງ ລັດເຊຍ ແລະ ອີຢູ ຈະນຳມາເຊິ່ງຜົນປະໂຫຍດໃຫ້ນັບທັງ ລັດເຊຍ ແລະ ເອີລົບ.

