(ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung)

ໝາກຜົນການຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເກີນກາຍການພົວພັນ 2 ຝ່າຍ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງ ແລະ ເສດຖະກິດຂອງ ອາຊຽນ ຫຼາຍພໍສົມຄວນ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Collins Chong Yew Keat, ນັກໄຈ້ແຍກດ້ານຄວາມໝັ້ນຄົງ, ການຕ່າງປະເທດ ຂຶ້ນກັບມະຫາວິທະຍາໄລ ມາເລເຊຍ ກ່ຽວກັບການຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດຂອງທ່ານເລຂາທິການໃຫຍ່ ໂຕເລິມ, ແຕ່ວັນທີ 10 – 13 ສິງຫາ.

ຕາມນັກຊ່ຽວຊານທ່ານນີ້ແລ້ວ, ຜ່ານການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລິມ, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ບັນລຸບາດກ້າວບຸກທະລຸ, ຮອບດ້ານໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ວິທະຍາສາດ, ເຕັກໂນໂລຊີ, ການພົບປະແລກປ່ຽນປະຊາຊົນ.

ໃນດ້ານເສດຖະກິດ, ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ໄດ້ປັບປຸງການເຊື່ອມໂຍງຂອງ ອາຊຽນ ຜ່ານການຍູ້ແຮງບັນດາໂຄງການພື້ນຖານໂຄງລ່າງ, ພະລັງງານ ແລະ ເຊື່ອມຕໍ່ດີຈີຕອນ, ເພີ່ມທະວີລະບົບສະໜອງຢູ່ພາກພື້ນ. ເລື່ອງ ຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືໄດ້ນຳມາໃຫ້ບັນດາປະເທດ ອາຊຽນ ມີຊ່ອງໃໝ່ກ່ຽວກັບການລົງທຶນ, ຖ່າຍທອດເຕັກໂນໂລຊີ ແລະ ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນຫຼຸດຜ່ອນການເອື່ອຍອີງຫຼາຍເກີນໄປຕໍ່ບໍ່ວ່າຄູ່ຮ່ວມມືເສດຖະກິດໃດ.