(ຄະນະປະຕິບັດງານຕຳຫຼວດທະເລ ຫວຽດນາມ)

ຕອນເຊົ້າວັນທີ 21 ສິງຫາ, ກຳປັ່ນຕຳຫຼວດທະເລ (CBS) ໝາຍເລກ 8001 ພ້ອມກັບຄະນະປະຕິບັດງານຕຳຫຼວດທະເລ ຫວຽດນາມ ໄດ້ເດີນທາງອອກຈາກທ່າກຳປັ່ນທະຫານກອງ 301, ນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການເດີນທາງໄປ ອິນໂດເນເຊຍ.

ນີ້ແມ່ນການໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງກຳປັ່ນຕຳຫຼວດທະເລ ຫວຽດນາມ ໃນປີ 2025, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ເຈດຈຳນົງຂອງກຳລັງ 2 ປະເທດ ໃນການເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກສູງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ; ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງເຂດທະເລແຫ່ງສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ຕາມແຜນການ, ໃນການຢ້ຽມຢາມຄັ້ງນີ້, ຄະນະປະຕິບັດງານຂອງຕຳຫຼວດທະເລ ຫວຽດນາມ ຈະດຳເນີນກອງປະຊຸມ 2 ຝ່າຍ; ຢ້ຽມຢາມ ແລະ ພົບປະແລກປ່ຽນກິລາກັບພະນັກງານ, ລູກເຮືອຕຳຫຼວດທະເລ ອິນໂດເນເຊຍ… ພິເສດ, 2 ກຳລັງຈະສົມທົບກັນຝຶກຊ້ອມຮ່ວມທາງທະເລ.