ກະສັດ ແບນຊິກ Philippe ກ່າວຄຳເຫັນທີ່ການເຮັດວຽກ(ພາບ: TTXVN)
|
ວັນທີ 02 ເມສາ, ກະສັດ ແບນຊິກ Philippe ແລະ ພະມະເຫສີ Mathilde ພ້ອມກັບຄະນະຜູ້ແທນໄດ້ໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ກວາງນິງ. ຢູ່ທີ່ນີ້, ກະສັດ ແບນຊິກ Philippe ຖືວ່າ, ກວາງນິງ ແມ່ນທ້ອງຖິ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີທ່າແຮງຢ່າງໃຫຍ່ຫຼວງ, ສ້າງໂອກາດຮ່ວມມືໃໝ່ລະຫວ່າງບັນດາປະເທດ ເອີລົບ ເວົ້າລວມ ແລະ ແບນຊິກ ເວົ້າສະເພາະ. ກະສັດ ແບນຊິກ ສະເໜີໃຫ້ແຂວງ ກວາງນິງ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ແບນຊິກ ມີໂອກາດຮ່ວມມື້, ລົງທຶນ, ໂດຍສະເພາະແມ່ນໃນການພັດທະນາ logistics ແລະ ທ່າກຳປັ່ນ.
ສ່ວນທ່ານເລຂາຄະນະພັກແຂວງ ກວາງນິງ ຫວູດ້າຍທັງ ໃຫ້ຮູ້ວ່າ, ທາງແຂວງຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້, ເປີດກວ້າງການພົວພັນຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມື ແບນຊິກ, ໂດຍສະເພາະແມ່ນໃນຂົງເຂດທີ່ ແບນຊິກ ມີທ່າແຮງ, ຄື: ອຸດສາຫະກຳປຸງແຕ່ງ ຜະລິດ, ອຸດສາຫະກຳການຢາ, ລົດໂອໂຕ, ການລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ…

