ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov, ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Andrey Belousov ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງ ລັດເຊຍ ໃນກອງປະຊຸມ (ພາບ: kremlin.ru)

ນະທີ່ນີ້, ທ່ານ Putin ປະທານາທິບໍດີ ລັດເຊຍ ໄດ້ແຈ້ງໃຫ້ຊາບລະອຽດກ່ຽວກັບສະພາບການເຈລະຈາສອງຝ່າຍກັບຝ່າຍ ຢູແກຼນ. ການນຳ ລັດເຊຍ ເນັ້ນໜັກວ່າ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ພວມມານະພະຍາຍາມຢ່າງແຮງ ເພື່ອແນໃສ່ຢຸດຕິການປະທະກັນ, ພ້ອມທັງບໍ່ຍົກເວັ້ນກໍລະນີສອງຝ່າຍອາດຈະບັນລຸໄດ້ຂໍ້ຕົກລົງໃໝ່ ໃນຂົງເຂດຄວບຄຸມ ອາວຸດບຸກໂຈມຕີຍຸດທະສາດ.

ກໍໃນວັນດຽວກັນ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ ລາຍການພົບປະສຸດຍອດລະຫວ່າງ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ Alaska ໄດ້ຮັບການຕົກລົງເປັນເອກະພາບແລ້ວ. ເນື້ອໃນຈຸດສຸມຂອງກອງປະຊຸມສຸດຍອດລະຫວ່າງ ລັດເຊຍ - ອາເມລິກາ ຄັ້ງນີ້ ແມ່ນແກ້ໄຂວິກິດການຢູ່ ຢູແກຼນ, ປຶກສາຫາລືກ່ຽວກັບການຮ່ວມມື ລັດເຊຍ - ອາເມລິກາ, ຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ບັນດາບັນຫາພາກພື້ນ.

ທູຮ່າ, ນັກຂ່າວ VOV ປະຈຳ ລັດເຊຍ