ຄະນະບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ນິວຢອກ ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ

ເມື່ອເຂົ້າຢ້ຽມຢາມສຳນັກງານຄະນະຜູ້ຕາງໜ້າລາວ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ສົມທົບກັບຄະນະຜູ້ຕາງໜ້າ ລາວ ໃນໄລຍະຈະມາເຖິງ, ສະໜັບສະໜູນລາວ ປະຕິບັດບົດບາດສະມາຊິກສະພາເສດຖະກິດ - ສັງຄົມ ສປຊ (ECOSOC) ແລະ ສະພາບໍລິຫານງານກອງທຶນ ສປຊ ເພື່ອເດັກ (UNICEF) ໃນປີ 2025. ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າລາວ ອະນຸພາບ ວົງນົກແກ້ວ ຕີລາຄາສູງມູນເຊື້ອຮ່ວມມືຜູກພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງສອງຄະນະໃນໄລຍະຜ່ານມາ ຢູ່ ສປຊ, ຖືກຕ້ອງຕາມເນື້ອໃນຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

ໃນການຢ້ຽມຢາມຄະນະຜູ້ຕາງໜ້າ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ປາດຖະໜາວ່າ ຫວຽດນາມ ແລະ ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢູ່ບັນດາເວທີປາໄສຫຼາຍຝ່າຍກວ່າອີກ, ໂດຍສະເພາະແມ່ນລະຫວ່າງສອງຄະນະຜູ້ຕາງໜ້າຢູ່ ສປຊ.