ໂດຍເປັນຫົວໜ້າກ້ອນກຳລັງກອງທັບປະຊາຊົນ ລາວ ທີ່ເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມຄັ້ງນີ້, ທ່ານ ຮ້ອຍໂທ ກາຈິມີໄຊ ແບ່ງປັນວ່າ:
“ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມ, ຂ້າພະເຈົ້າຮູ້ສຶກວ່າ ປະຊາຊົນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສຸດຈິດສຸດໃຈຫຼາຍ ຄືດັ່ງຄະນະທະຫານໄດ້ຮັບໄຊຊະນະ ແລະ ກັບມາແຕ່ສະໜາມຮົບ. ເຖິງວ່າ ອາກາດປ່ຽນແປງບໍ່ເປັນປົກກະຕິ, ແຕ່ພວກຂ້າພະເຈົ້າກໍຍັງຄົງຝຶກຊ້ອມດ້ວຍນ້ຳໃຈສູງສຸດ. ຂ້າພະເຈົ້າຮູ້ສຶກມີຄວາມຕື້ນຕັນໃຈ, ເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດ”.
ໃນການພົບປະ, ໃຫ້ກຳລັງໃຈທະຫານ 405 ຄົນມາຈາກກອງທັບ 4 ປະເທດ ໃນຕອນບ່າຍວັນທີ 29 ສິງຫາ ຢູ່ຮ່າໂນ້ຍ, ທ່ານ ພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ:
“ການມີໜ້າຂອງພວກເພື່ອນແມ່ນສັນຍາລັກທີ່ມີຊີວິດຊີວາຂອງນ້ຳໃຈສາມັກຄີສາກົນອັນສູງສົ່ງ ແລະ ແມ່ນຄຳໝັ້ນສັນຍາ ພ້ອມກັນຮ່ວມແຮງຮ່ວມໃຈສ້າງໂລກ ແລະ ພາກພື້ນສັນຕິພາບມິດຕະພາບ, ຮ່ວມມື,ພ້ອມກັນພັດທະນາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກເພື່ອນຈະຄຽງບ່າຄຽງໄຫຼ່ພ້ອມກັບກຳລັງປະກອບອາວຸດຂອງ ຫວຽດນາມ ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ພ້ອມກັນປະຕິບັດສຳເລັດໜ້າທີ່ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນບຸນໃຫຍ່ຂອງຊາດ ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ”
ແອັງຮວ່ຽນ
