ທ່ານພັນເອກ ມາກດຶກຈ້ອງ
(ພາບ: ກະຊວງປ້ອງກັນປະເທດ ຫວຽດນາມ)

ໂດຍປະຕິບັດຕາມແຜນນະໂຍບາຍຂອງກະຊວງປ້ອງກັນປະເທດ ຫວຽດນາມ, ກົມຮັກສາສັນຕິພາບ ຫວຽດນາມ ຫາກໍ່ຈັດສົ່ງ ຄະນະປະຕິບັດງານໄປ ຊູດັງໃຕ້ ເພື່ອປະຕິບັດບັນດາເນື້ອໃນວຽກງານສະເພາະຢູ່ຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ (UNMISS). ທ່ານພັນເອກ ມາກດຶກຈ້ອງ, ຮອງຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ເປັນຫົວໜ້າຄະນະໄດ້ດຳເນີນບັນດາການກວດກາ, ຕີລາຄາໝາກຜົນການປະຕິບັດໜ້າທີ່ຂອງໂຮງໝໍພາກສະໜາມຊັ້ນ 2 ເລກ 6, ເພື່ອແນໃສ່ກຳແໜ້ນສະພາບການຕົວຈິງຢ່າງທັນການ, ສະເໜີບັນດາມາດຕະການແກ້ໄຂເພື່ອຍົກສູງປະສິດທິຜົນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍຢູ່ທີ່ນີ້.

ໃນການໄປປະຕິບັດງານ, ຄະນະຜູ້ແທນກໍ່ໄດ້ເຮັດວຽກກັບການນຳ, ຜູ້ບັນຊາການ ແລະ ບັນດາອົງການທີ່ມີໜ້າທີຂອງຄະນະປະຕິບັດງານ UNMISS, ເຂດ Unity/Bentiu ແລະ ບັນດາກົມກອງຂອງສະຫະປະຊາຊາດທີ່ຜັນຂະຫຍາຍໃນບໍລິເວນ. ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ຢູ່ຄະນະປະຕິບັດງານ, ພົນຈັດຕະວາ Zewdu Endris Yimer, ຜູ້ບັນຊາການເຂດ Unity, ຢືນຢັນວ່າ:

“ຂ້າພະເຈົ້າອາດສາມາດຢັ້ນຢືນວ່າ, ໂຮງໝໍພາກສະໜາມຊັ້ນ 2 ເລກ 6 ຂອງ ຫວຽດນາມ ໄດ້ຕອບສະໜອງທຸກມາດຕະຖານຂອງສະຫະປະຊາຊາດ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍ່ສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງຜູ້ບັນຊາການຂັ້ນສູງຂອງໂຮງໝໍ ແລະ ກຸ່ມປະຕິບັດງານຂອງທ່ານຢູ່ທີ່ນີ້”.