ທີ່ງານພົບປະແລກປ່ຽນ
(ພາບ: qdnd.vn)

ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສີລັງກາ (1970 – 2025), ວັນທີ 24 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ສີລັງກາ ໄດ້ເປັນປະທານຈັດງານພົບປະແລກປ່ຽນວັດທະນະທຳສະແດງສິລະປະຢູ່ແຂວງພາກກາງ ສີລັງກາ, ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນມາຈາກໂຮງລະຄອນ ທັງລອງ ແລະ ໂຮງລະຄອນຂັບ ແຈ່ວ ຮ່າໂນ້ຍ.

ງານພົບປະແລກປ່ຽນໄດ້ນຳມາເຊິ່ງພາບພົດວັດທະນະທຳທີ່ເປັນຫຼາຍຮູບຫຼາຍແບບ, ການສົມທົບລະຫວ່າງເພງພື້ນເມືອງ ແລະ ດົນຕີທັນສະໄໝຂອງ ຫວຽດນາມ ແລະ ສີລັງກາ. ມີເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ຄື: ພິນສາຍດຽວ, ພິນຂິມ, ຂຸ່ຍໄມ້ ໄດ້ຮັບການແນະນຳ ແລະ ສະແດງຜ່ານບັນດາບົດເພງຂອງ 2 ປະເທດ, ສ້າງເປັນທຳນອງເພງທັງເລິກເຊິ່ງ, ທັງເປັນເອກະລັກສະເພາະ.