ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 80 ຄົນເສຍຊີວິດ ແລະ ປະມານ 150 ຄົນໄດ້ຮັບບາດເຈັບ (ພາບ: IRNA/TTXVN) |
ຕາມບັນດາແຫຼ່ງຂ່າວສາທາລະນະສຸກແລ້ວ, ຢ່າງໜ້ອຍສຸດມີຊາວ ປາແລັດສະຕິນ 80 ຄົນເສຍຊີວິດ ແລະ ປະມານ 150 ຄົນໄດ້ຮັບບາດເຈັບໃນບັ້ນບຸກໂຈມຕີດັ່ງກ່າວ.
ໃນຂະນະນັ້ນ, ຕາມອົງການສະພາວະສຸກເສີນພົນລະເຮືອນ ປາແລັດສະຕິນ ແລ້ວ, ຢ່າງໜ້ອຍສຸດມີ 35 ບັ້ນບຸກໂຈມຕີດຳເນີນຢູ່ເຂດ ກາຊາ. ສະເພາະນະຄອນ ກາຊາ ມີຊາວປາແລັດສະຕິນ 8 ຄົນ ເສຍຊີວິດໃນບັ້ນບຸກໂຈມຕີທາງອາກາດ. ປະຕິກິລິຍາດັ່ງກ່າວໄດ້ດຳເນີນໃນສະພາບການ ອິດສະຣາແອັນ ແລະ ຮາມາດສ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການຮັກສາຄຳສັ່ງຢຸດຍິງໃນສະພາບການ ອິດສະຣາແອັນ ແລະ ຮາມາດສ ຍັງບໍ່ທັນບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບວິທີການຮັກສາຄຳສັ່ງຢຸດຍິງ 3 ໄລຍະ, ເລີ່ມແຕ່ວັນທີ 19 ມັງກອນ ຜ່ານມາ. ການເຈລະຈາຢູ່ ອີຢິບ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ຢູ່ເຂດ ກາຊາ ກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດແຄມທະເລ ເມດີ່ເຕຣາເນຍ ກໍ່ພວມຕົກເຂົ້າສູ່ສະພາບຈົນຕາແຈ, ຂະນະທີ່ບໍ່ມີຝ່າຍໃດຢາກປະນິປະນອມ ແນໃສ່ບັນລຸໄດ້ຂໍ້ຕົກລົງ.

