ວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຖະແຫຼງວ່າ ອິດສະຣາແອັນ ຈະຍູ້ແຮງການເຊື່ອມຕໍ່ການບຸກໂຈມຕີຢູ່ເຂດ ກາຊາ, ພ້ອມທັງຢັ້ງຢືນວ່າ ນັບແຕ່ດຽວນີ້ ບັນດາການເຈລະຈາກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດກາຊາ ຈະດຳເນີນໄປ “ດ້ວຍລູກລະເບີດ” ເທົ່ານັ້ນ. ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບ, ທ່ານນາຍົກລັດຖະມົນຕີ Netanyahu ກ່າວເຕືອນວ່າ ກອງທັບ ອິດສະຣາແອັນ ຈະສຸມທຸກແຫຼ່ງກຳລັງຕໍ່ການປະທະກັນຄືນໃໝ່ ແລະ ຖະແຫຼງວ່າ “ນີ້ພຽງແຕ່ເປັນການເລີ່ມຕົ້ນເທົ່ານັ້ນ”. ຕາມນັ້ນແລ້ວ, ທ່ານເນັ້ນໜັກວ່າ ບັ້ນການທະຫານໃນປັດຈຸບັນ ຈະສືບຕໍ່ດຳເນີນຈົນເຖິງເວລາ ອິດສະຣາແອັນ ບັນລຸໄດ້ທຸກເປົ້າໝາຍຂອງຕົນ, ນັ້ນແມ່ນ “ກູ້ຊ່ວຍບັນດາຕົວປະກັນ, ດັບສູນ ຮາມາດສ ແລະ ຮັບປະກັນວ່າ ກາຊາ ຈະບໍ່ແມ່ນໄຟນາບຂູ່ສຳລັບ ອິດສະຣາແອັນ ອີກ”.

ທ່ານນາຍົກລັດຖະມົນຕີ Netanyahu ກໍຢັ້ງຢືນວ່າ ບັ້ນບຸກໂຈມຕີແບບບັງເອີນໃນຄ່ຳຄືນໄດ້ດຳເນີນພາຍຫຼັງທີ່ຝ່າຍ ຮາມາດສ ໄດ້ຄັດຄ້ານຂໍ້ສະເໜີຂອງ ອິດສະຣາແອັນ ແລະ ອາເມລິກາ ຕໍ່ກຳນົດເວລາໄລຍະທຳອິດຂອງຂໍ້ຕົກລົງຢຸດຍິງ ເຊິ່ງໄດ້ສິ້ນສຸດໃນວັນທີ 1 ມີນາ. ຕາມທ່ານແລ້ວ, ຄວາມກົດກັນດ້ານການທະຫານແມ່ນເງື່ອນໄຂທີ່ຈຳເປັນເພື່ອໃຫ້ຫຼາຍຕົວປະກັນໄດ້ຮັບການປ່ອຍຕົວຕື່ມອີກ.