ກອງປະຊຸມເຈລະຈາຂອງການນຳບັນດາປະເທດ ອາຊຽນ + 3 ກັບຜູ້ຕາງໜ້າສະພາດຳເນີນທຸລະກິດ ອາຊີຕາເວັນອອກ (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ໃຫ້ປະຊາຄົມວິສາຫະກິດ ຈົ່ງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດໃນການໝູນໃຊ້ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີອັດສະລິຍະເຂົ້າໃນການຜະລິດ, ດຳເນີນທຸລະກິດ, ມຸ່ງໄປເຖິງບັນດາຄຸນຄ່າ ຂຽວ - ສະອາດ ແລະ ພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຮອບດ້ານຂອງປະຊາຊົນ. ທ່ານກໍຮຽກຮ້ອງໃຫ້ ສະພາດຳເນີນທຸລະກິດ ອາຊີຕາເວັນອອກ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ແມ່ນຂົວຕໍ່ລະຫວ່າງ ວິສາຫະກິດກັບ ລັດຖະບານບັນດາປະເທດ ອາຊີຕາເວັນອອກ, ສະເໜີບັນດາຂໍ້ສະເໜີແນະ, ປະກອບສ່ວນຢ່າງເໝາະສົມ, ແລະ ທັນການ ໃຫ້ລັດຖະບານບັນດາປະເທດ ເພື່ອສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍເຊື່ອມໂຍງເສດຖະກິດພາກພື້ນໃຫ້ສົມບູນແບບ ປະກອບສ່ວນເຂົ້າໃນການຜັນຂະຫຍາຍແຜນການຟື້ນຟູສັງລວມ ອາຊຽນ ຢ່າງມີປະສິດທິຜົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

