ກອງປະຊຸມຄັ້ງທີ 1 ຂອງ ຄະນະເຈລະຈາລັດຖະບານກ່ຽວກັບບັນຫາການຄ້າກັບ ອາເມລິກາ (ພາບ: moit.gov.vn) |
ຕອນບ່າຍວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າຄະນະເຈລະຈາ ລັດຖະບານ ຫງວຽນຮົ່ງຢຽນ ໄດ້ເປັນປະທານກອງປະຊຸມຄັ້ງທີ 1 ຂອງ ຄະນະເຈລະຈາລັດຖະບານກ່ຽວກັບບັນຫາການຄ້າກັບ ອາເມລິກາ. ຢູ່ກອງປະຊຸມ, ບັນດາສະມາຊິກຄະນະເຈລະຈາໄດ້ປຶກສາຫາລືກ່ຽວກັບບັນດາບັນຫາ, ວິທີການຜັນຂະຫຍາຍບັນດາໜ້າທີ່; ມອບໜ້າທີ່ໃຫ້ແກ່ບັນດາກະຊວງ, ຂະແໜງການ, ສະມາຊິກຄະນະເຈລະຈາ ແລະ ກຸ່ມຊ່ວຍວຽກ; ຂໍ້ກຳນົດໃນການປົກປ້ອງຄວາມລັບດ້ານຂໍ້ມູນ ແລະ ແຜນການຜັນຂະຫຍາຍໃນຊຸມວັນຈະມາເຖິງ. ສຳລັບ ຫວຽດນາມ, ການເຈລະຈາຂໍ້ຕົກລົງດ້ານການຄ້າກັບ ອາເມລິກາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງການຄ້າສອງຝ່າຍຢ່າງມີປະສິດທິຜົນ, ຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນຈິດໃຈຮັບປະກັນຜົນປະໂຫຍດຢ່າງສຸດຂີດຂອງປະເທດຊາດ, ແລະ ຜົນປະໂຫຍດອັນກົມກຽວ, ແບ່ງປັນຄວາມສ່ຽງ.

