ຊາວ ປາແລັດສະຕິນ ຮັບເຄື່ອງຊ່ວຍເຫຼືອຢູ່ເຂດ ກາຊາ ໃນວັນທີ 27/7/2025 (ພາບ:THX/TTXVN) |
ຖະແຫຼງການ ນິວຢອກ ກ່ຽວກັບການແກ້ໄຂບັນຫາ ປາແລັດສະຕິນ ໂດຍສັນຕິວິຖີ ໄດ້ປະກາດໃນພິທີປິດກອງປະຊຸມ ພາຍຫຼັງ 2 ວັນໂຮມປະຊຸມ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງກວ່າ 100 ປະເທດ ເພື່ອຊຸກຍູ້ການປຶກສາຫາລືກ່ຽວກັບມາດຕະການສອງລັດ ໃຫ້ແກ່ການປະທະກັນລະຫວ່າງ ອິດສະຣາແອັນ - ປາແລັດສະຕິນ.
ຖະແຫຼງການຮຽກຮ້ອງຕ້ອງປະຕິບັດບັນດາຂໍ້ຕົກລົງຢຸດຍິງຢ່າງທັນການຕາມແຕ່ລະໄລຍະ, ໂດຍ ອີຢິບ, ກາຕາ ແລະ ອາເມລິກາ ເປັນກາງໄກ່ເກ່ຍ, ເພື່ອແນໃສ່ຢຸດຕິການປະທະກັນ, ຮັບປະກັນແລກປ່ຽນຕົວປະກັນ ກໍຄືຮັບປະກັນການຖອນກອງທັບ ອິດສະຣາແອັນ ອອກຈາກເຂດ ກາຊາ; ສ້າງຄວາມເປັນເອກະພາບຢູ່ເຂດ ກາຊາ ແລະ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຄືນໃໝ່ ພາຍໃຕ້ການຄວບຄຸມຂອງອຳນາດການປົກຄອງ ປາແລັດສະຕິນ, ຮຽກຮ້ອງ ຮາມາດສ ຕ້ອງປະລະສິດອຳນາດຢູ່ເຂດ ກາຊາ ແລະ ສົ່ງມອບອາວຸດ.

