ມີການນຳປະມານ 30 ທ່ານມາຈາກບັນດາປະເທດໄດ້ເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບຢູແກຼນຢູ່ ນະຄອນຫຼວງ Paris ໃນວັນທີ 27 ມີນາ, ເພື່ອແນໃສ່ສ້າງບັນດາກົນໄກຮັບປະກັນຄວາມໝັ້ນຄົງ ໃຫ້ແກ່ Kiev ໃຫ້ສົມບູນແບບ. ຢູ່ກອງປະຊຸມ, ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ເຫັນດີເປັນເອກະພາບສ້າງກຳລັງກອງທັບສົ່ງໄປຍັງ Kiev ເພື່ອຮັບປະກັນຄວາມໝັ້ນຄົງໃນກໍລະນີ ຂໍ້ຕົກລົງຢຸດຍິງກັບ ລັດເຊຍໄດ້ຮັບການສ້າງຂຶ້ນ.

ກ່າວຄຳເຫັນພາຍຫຼັງກອງປະຊຸມ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ຢັ້ງຢືນວ່າ ບັນດາສຳພັນທະມິດພວມປຶກສາຫາລື ສືບຕໍ່ບູລະນະ ບັນດາກົນໄກແລະ ການຮັບປະກັນຄວາມໝັ້ນຄົງໃຫ້ສົມບູນແບບໃນໄລຍະຈະມາເຖິງ. ກຳລັງນີ້ຈະລວມມີກອງທັບຂອງຫຼາຍປະເທດ ແລະ ຈະໄດ້ຮັບການຈັດສົ່ງໄປຍັງຈຸດຍຸດທະສາດຈຳນວນໜຶ່ງຢູ່ Kiev. ທ່ານປະທານາທິບໍດີ ຝລັ່ງ ເນັ້ນໜັກວ່າ ກຳລັງນີ້ ບໍ່ມີເຈດຈຳນົງກາຍເປັນກຳລັງຮັກສາສັນຕິພາບ ກໍ່ຄື ປ່ຽນແທນໃຫ້ກອງທັບຢູແກຼນ ແລະ ພິເສດ, ບໍ່ຂຶ້ນກັບບັນດາການຕັດສິນ ຫຼື ຄວາມຮຽກຮ້ອງຈາກຝ່າຍລັດເຊຍ.