(ທ່ານພົນຈັດຕະວາ So Kun)

ໃນຊຸມມື້ຜ່ານມາ, ກອງທັບແຫ່ງລາຊະອານາຈັກ ກຳປູເຈຍ ລວມມີພະນັກງານ, ນັກຮົບກວ່າ 120 ຄົນ ໄດ້ເຂົ້າຮ່ວມການຝຶກຊ້ອມ, ການກະກຽມໃຫ້ການເຄື່ອນໄຫວສວນສະໜາມ, ສະແດງກ້ອນກຳລັງໃນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ສຳເລັດຜົນ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025), ຢູ່ ຮ່າໂນ້ຍ ໃນວັນທີ 02 ກັນຍາ ຈະມາເຖິງ.

ການປະກອບສ່ວນຂອງກອງທັບລາຊະອານາຈັກ ກຳປູເຈຍ ທີ່ພິທີສະເຫຼີມສະຫຼອງປີນີ້ ສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງກຳລັງປະກອບອາວຸດຂອງ 2 ປະເທດ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ກຳປູເຈຍ, ທ່ານພົນຈັດຕະວາ So Kun, ຮອງຫົວໜ້າກົມພົວພັນສາກົນ, ກະຊວງປ້ອງກັນປະເທດ ກຳປູເຈຍ, ໃຫ້ຮູ້ວ່າ:

“ລັດຖະບານແຫ່ງລາຊະອານາຈັກ ກຳປູເຈຍ ມີຄວາມປະຕິຊົມຊື່ນທີ່ໄດ້ເຂົ້າຮ່ວມເຫດການສຳຄັນດັ່ງກ່າວ. ເລື່ອງ ກຳປູເຈຍ ຈັດສົ່ງກຳລັງປະກອບອາວຸດເຂົ້າຮ່ວມການເດີນສວນສະໜາມຂ່ຳນັບຊົມເຊີຍທີ່ພິທີສະເຫຼີມສະຫຼອງປີທີ 80 ແຫ່ງວັນຊາດ ຫວຽດນາມ ພ້ອບກັບປະຊາຊົນ ຫວຽດນາມ ແມ່ນຍ້ອນ 2 ປະເທດພວກເຮົາເຄີຍມີປະຫວັດສາດພ້ອມກັບຕໍ່ສູ້ຕ້ານສັດຕູໂຕດຽວກັນ. ສະນັ້ນ, ລາຍການຄັ້ງນີ້ແມ່ນລາຍການພິເສດຂອງກະຊວງປ້ອງກັນປະເທດ 2 ປະເທດ”