Aboitiz, ກຸ່ມບໍລິສັດດຳເນີນທຸລະກິດຫຼາຍຂະແໜງມາແຕ່ດົນນານຂອງ ຟີລິບປິນ, ດ້ວຍມູນຄ່າຊັບສິນປະມານ 17 ຕື້ USD, ມີຄວາມປາດຖະໜາຢາກລົງທຶນເຂົ້າຂົງເຂດພະລັງງານຢູ່ ຫວຽດນາມ. ໃນການເຮັດວຽກກັບຫ້ອງການການຄ້າ ຫວຽດນາມ ຫວ່າງມໍ່ໆມານີ້, ກຸ່ມບໍລິສັດ Aboitiz ໃຫ້ຮູ້ວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດ ທີ່ກຸ່ມບໍລິສັດຈະສຸມແຫຼ່ງກຳລັງເພື່ອເປີດກວ້າງການລົງທຶນໃນໄລຍະຈະມາເຖິງ, ບໍ່ພຽງແຕ່ເພີ່ມທຶນແລະເປີດກວ້າງການລົງທຶນບັນບັນດາໂຄງການທີ່ໄດ້ປະຕິບັດແລ້ວເທົ່ານັ້ນ, ຫາກຍັງຊອກຮູ້ໂອກາດລົງທຶນໃນບັນດາເຂົງເຂດໃໝ່ອີກດ້ວຍ, ພິເສດແມ່ນຂົງເຂດພະລັງງານ.
ຕາມທ່ານ ຟຸ່ງວັນແທັ່ງ ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ຟີລິປິນ ແລ້ວ, ເລື່ອງກຸ່ມບໍລິສັດ Aboitiz, ໂດຍກົງແມ່ນບໍລິສັດ Aboitiz Power ຢາກເປີດກວ້າງການລົງທຶນຢູ່ ຫວຽດນາມນັ້ນ ແມ່ນສັນຍານສະແດງໃຫ້ເຫັນການຫັນປ່ຽນຢ່າງຕັ້ງໜ້າໃນການພົວພັນລົງທຶນສອງສົ້ນ ລະຫວ່າງ ຫວຽດນາມ ແລະ ຟີລິບປິນ, ພິເສດແມ່ນຄວາມເຊື່ອໝັ້ນຂອງບັນດານັກລົງທຶນ ຟີລິບປິນ ຕໍ່ສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ.
ຟ້າມ ຮ່າ, ນັກ ຂ່າວ VOV ປະ ຈຳ ອິ ນ ໂດ ເນ ເຊຍ
