ທຳນຽບຂາວ(ພາບປະກອບ: THX/TTXVN)
|
ເມື່ອຕອບສຳພາດໃນລາຍການ “This Week” ຂອງ ABC News ໃນວັນທີ 06 ເມສາ, ທ່ານ Kevin Hassett, ຜູ້ອຳນວຍການໃຫຍ່ສະພາເສດຖະກິດແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ, ມີກວ່າ 50 ປະເທດໄດ້ຕິດຕໍ່ກັບທຳນຽບຂາວ ເພືື່ອເລີ່ມດຳເນີນການປຶກສາຫາລືດ້ານການຄ້າ.
ກ່ອນໜ້ານັ້ນ, ວັນທີ 02 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດອັດຕາພາສີສຳລັບສິນຄ້ານຳເຂົ້າຈາກທຸກປະເທດ ແລະ ເຂດແຄ້ວນໃນໂລກ. ນະໂຍບາຍພາສີອາກອນນີ້ຖືກປະຕິກິລິຍາຈາກຫຼາຍປະເທດຄູ່ຄ້າຂອງ ອາເມລິກາ ແລະ ໄດ້ຮັບຖືວ່າ ອາດຈະເຮັດໃຫ້ເພີ່ມຄວາມສ່ຽງເກີດການປະທະກັນດ້ານການຄ້າທົ່ວໂລກ.
ບັນດານັກຊ່ຽວຊານຂອງ JPMorgan ຄາດຄະເນວ່າ, ຜົນກະທົບຂອງພາສີອາກອນ ອາດຈະເຮັດໃຫ້ GDP ຂອງ ອາເມລິກາ ຫຼຸດລົງ 0,3% ເມື່ອທຽບໃສ່ການຄາດຄະເນໃນປີນີ້, ໃນຂະນະທີ່ອັດຕາຜູ້ວ່າງງານອາດຈະເພີ່ມຂຶ້ນແຕ່ 4,2% ຂຶ້ນເປັນ 5,3%.

