(ພາບ: VOV) |
ໃນປີ 2025, ແຂວງ ກວາງນິງ ຈັດ 170 ລາຍການ, ເຫດການວັດທະນະທຳ, ກິລາ, ທ່ອງທ່ຽວ, ໃນນັ້ນ ມີ 24 ການເຄື່ອນໄຫວລະດັບຊາດ, ສາກົນ ເພື່ອແນໃສ່ ສົ່ງເສີມການທ່ອງທ່ຽວ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 20 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນ 4.5 ລ້ານເທື່ອຄົນ ເພື່ອໃຫ້ການເຕີບໂຕ GRDP ທັງປີບັນລຸ 14%.
ໃນໂອກາດຈຸດສຸມດຶງດູດແຂກທ່ອງທ່ຽວແຕ່ເດືອນ ເມສາ ຫາເດືອນກັນຍາ, ໃນບໍລິເວັນແຂວງຈະມີເຫດການໃຫ່ຍຈຳນວນໜຶ່ງ, ມີຂອບຂະໜາດສາກົນຈັດຂຶ້ນເປັນຄັ້ງທຳອິດ. ທ່ານ ຫງວຽນແທງຕຸ່ງ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ກວາງນິງ ໃຫ້ຮູ້ວ່າ:
ດ້ວຍເງື່ອນໄຂທຳມະຊາດ, ທິວທັດທຳມະຊາດສວຍງາມ ແລະ ພື້ນຖານໂຄງລ່າງ, ບັນດາລະບອບລະບຽບການວັດທະນະທຳ, ກິລາຄົບຊຸດ, ທັນສະໄໝຄືໃນປະຈຸບັນ, ແຂວງຈັດບັນດາເຫດການວັດທະນະທຳ, ກິລາ, ລະດັບຊາດ, ສາກົນເພື່ອແນໃສ່ໂຄສະນາພາບພົດທ້ອງຖິ່ນ, ພ້ອມກັນນັ້ນແມ່ນບັນດາດາລາສາກົນໃນຂົງເຂດວັດທະນະທ ກິລາ ມາກວາງນິງ ກໍ່ໄດ້ປະກອບສ່ວນແຜ່ຂະຫຍາຍພາບພົດກ່ຽວກັບເຂດດິນແດນ, ຊາວ ກວາງນິງ ແລະ ພິເສດໃນການພັດທະນາການທ່ອງທ່ຽວ, ພັດທະນາເສດຖະກິດສັງຄົມຂອງແຂວງອີກດ້ວຍ.
