ພາບປະກອບ: VOV

ກ໋ວາງນິງຈະພັດທະນາຕາມການກຳນົດທິດກາຍເປັນໜຶ່ງໃນບັນດາສູນການທ່ອງທ່ຽວພັດທະນາແຖວໜ້າປະເທດ, ສວມບົດບາດແມ່ນປະຕູເຂົ້າອອກເຊື່ອມຕໍ່ການທ່ອງທ່ຽວຂອງເຂດທົ່ງພຽງແມ່ນ້ຳແດງ ແລະ ທົ່ວປະເທດກັບ ພາກພື້ນ, ໂລກ ບົນພື້ນຖານການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຢູ່ແຜນຮ່າງພັດທະນາການທ່ອງທ່ຽວຮອດປີ 2030, ວິໄສທັດຮອດປີ 2045 ດ້ວຍເປົ້າໝາຍນຳທ້ອງຖິ່ນກາຍເປັນສູນການທ່ອງທ່ຽວເຊື່ອມຕໍ່ພາກພື້ນ ແລະ ໂລກ, ສະຖານທີ່ນັດພົບແຖວໜ້າ ອາຊີ ດ້ວຍລະບົບນິເວດແຫ່ງການທ່ອງທ່ຽວລະດັບສູງ, ທັນສະໄໝ ແລະ ຍືນຍົງໂດຍຄະນະກຳມະການແຂວງ ກ໋ວາງນິງຮັບຮອງເອົາໃນວັນທີ 17 ເມສາ. ຕາມແຜນຮ່າງແລ້ວ, ກ໋ວາງນິງໄດ້ກຳນົດທິດກາຍເປັນສູນຈັດບັນດາເຫດການດົນຕີ, ຮູບເງົາ, ພົບປະແລກປ່ຽນວັດທະນະທຳ, ວັນບຸນສາກົນ, ສູນກອງປະຊຸມ, ງານຕະຫຼາດນັດ, ງານວາງສະແດງ, ພ້ອມທັງກາຍເປັນສະຖານທີ່ພັກຜ່ອນບຳລຸງ, honeymoon, ເບິ່ງແຍງດູແລສຸຂະພາບ ແລະ ການທ່ອງທ່ຽວທາງດ້ານ ຈິດວິນຍານແຖວໜ້າພາກພື້ນ.