ລາຍການສະແດງສິລະປະພິເສດ “ບົດເພງວິຊາຊົນດັ່ງກ້ອງກັງວານຕະຫຼອດໄປ” (ພາບ: ຄະນະຈັດຕັ້ງ)

ລາຍການສະແດງສິລະປະພິເສດ “ບົດເພງວິຊາຊົນດັ່ງກ້ອງກັງວານຕະຫຼອດໄປ” ໄດ້ດຳເນີນໃນຕອນຄ່ຳວັນທີ 16 ສິງຫາ, ຢູ່ໂຮງລະຄອນ ໂຮ່ເງືອມ (ຮ່າໂນ້ຍ) ເນື່ອງໃນໂອກກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ (19/8/2005 – 19/8/2025). ບັນດາບົດເພງໄດ້ສະແດງທີ່ລາຍການບໍ່ພຽງແຕ່ແມ່ນບົດເພງທີ່ສະແດງໃຫ້ເຫັນຄວາມອົງອາດກ້າຫານເທົ່ານັ້ນ ຫາກຍັງແມ່ນສັນຍາລັກອະມະຕະຂອງນ້ຳໃຈຮັກຊາດ ແລະ ແນວຄິດຈົ່ງຮັກພັກດີພ້ອມກັບບັນດາຄຸນຄ່າອັນສູງສົ່ງຍັງໄດ້ຮັບການສືບທອດ, ເສີມຂະຫຍາຍໂດຍນັກຮົບຕຳຫຼວດປະຊາຊົນລຸ້ນຕ່າງໆອີກດ້ວຍ. ລາຍການຄືການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ນັກຮົບຕະຫຼວດປະຊາຊົນລຸ້ນຕ່າງໆ, ເຊິ່ງແມ່ນລາຍການດົນຕີປະສານສຽງເຊື່ອມຕໍ່ ອະດີດຕະການ - ປັດຈຸບັນ - ອະນາຄົດຜ່ານສິລະປະ.