(ທີ່ລາຍການປະສານສຽງດົນຕີສິລະປະ) |
ຕອນຄ່ຳວັນທີ 16 ມັງກອນ, ຢູ່ ໂຮງລະຄອນ ໂຮ່ເກືອມ ທີ່ ຮ່າໂນ້ຍ ໄດ້ຈັດລາຍການປະສານສຽງດົນຕີສິລະປະພິເສດ “ເຊື່ອໝັ້ນຕໍ່ພັກຕະຫຼອດໄປ” ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2026) ແລະ ຂ່ຳນັບຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ ທີ່ຈະຈັດຂຶ້ນໃນອາທິດໜ້າຢູ່ ຮ່າໂນ້ຍ. ລາຍການໂດຍວາລະສານກອມມູນິດ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ, ສະຖານີໂທລະພາບ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຈັດຂຶ້ນ.
ລາຍການໄດ້ວາດພາບການເດີນທາງອັນສະຫງ່າລາສີຂອງພັກກອມມູນິດ ຫວຽດນາມ ນັບແຕ່ລະດູໃບໄມ້ຫຼົ່ນປະຫວັດສາດ 1930 ມາຮອດສັງກາດພັດທະນາໃໝ່ຂອງປະເທດຊາດໃນປະຈຸບັນ ແລະ ກໍ່ເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຢ່າງມີໄຊ.
ຕອນບ່າຍວັນດຽວກັນ, ຢູ່ສູນຄວບຄຸມໂລກລະບາດນະຄອນ ຮ່າໂນ້ຍ, ພະແນກສາທາລະນະສຸກ ຮ່າໂນ້ຍ ໄດ້ຈັດພິທີເລີ່ມເຄື່ອນໄຫວຕອບສະໜອງດ້ານສາທາລະນະສຸກ ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ນີ້ແມ່ນການເຄື່ອນໄຫວສຳຄັນ ເພື່ອເປັນເຈົ້າການຜັນຂະຫຍາຍບັນດາແຜນການຮັບປະກັນວຽກງານສາທາລະນະສຸກ, ສົ່ງເສີມສຸຂະພາບ, ການປ້ອງກັນ, ຕ້ານພະຍາດ… ໃນຕະຫຼອດໄລຍະຈັດກອງປະຊຸມໃຫຍ່ຂອງພັກຢູ່ນະຄອນຫຼວງ ຮ່າໂນ້ຍ ໃນອາທິດຈະມາເຖິງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

