ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: REUTERS)

ການນຳ ຢູແກຼນ ເນັ້ນໜັກວ່າ ບໍ່ວ່າການພົບປະໃດກັບການນຳ ລັດເຊຍ ກໍຈະດຳເນີນຢູ່ບາງປະເທດ ເອີຣົບ ໜຶ່ງທີ່ມີທັດສະນະເປັນກາງ, ເຊັ່ນ: ສະວິດ ຫຼື ໂອຕາລິດ, ເຊິ່ງບໍ່ແມ່ນຢູ່ ມົດສະກູ. ນອກຈາກນັ້ນແລ້ວ, ທ່ານ Zelensky ກໍບໍ່ຄັດຄ້ານການດຳເນີນການພົບປະຢູ່ຕວັກກີ, ປະເທດສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ແລະ ແມ່ນສ່ວນໜຶ່ງຂອງ ເອີຣົບ.

ສ່ວນຝ່າຍ ລັດເຊຍ, ກໍໃນວັນດຽວກັນ, ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພ້ອມແລ້ວທີ່ຈະພົບປະກັບທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຖ້າທຸກບັນຫາຕ້ອງການແລກປ່ຽນຢູ່ຂັ້ນສູງສຸດໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ບັນດານັກຊ່ຽວຊານ, ລັດຖະມົນຕີ ຈະຍົກອອກບັນດາຂໍ້ສະເໜີແນະທີ່ເໝາະສົມ. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ ເມື່ອມຸ່ງໄປເຖິງຄວາມສາມາດລົງນາມໃນຂໍ້ຕົກລົງສະບັບນີ້ກັບ ຢູແກຼນ, ການກຳນົດກົນໄກປະຕິບັດ ແລະ ຮັບປະກັນລັກສະນະໄລຍະຍາວຂອງເອກະສານ ຈະແມ່ນປັດໄຈສຳຄັນ. ທ່ານ Lavrov ໃຫ້ຮູ້ວ່າ ການເລືອກເຟັ້ນທີ່ດີທີ່ສຸດເພື່ອຮັບປະກັນລັກສະນະຄວາມໝັ້ນຄົງໃຫ້ແກ່ ຢູແກຼນ ຈະອີງໃສ່ບັນດາການປຶກສາຫາລືໃນເມື່ອກ່ອນລະຫວ່າງ ມົດສະກູ ແລະ Kiev ໃນເດືອນ ມີນາ 2022 ຢູ່ Istanbul (ຕວັກກີ).