ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: IRNA/TTXVN)

ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ ພ້ອມແລ້ວທີ່ຈະມຸ່ງໄປເຖິງມາດຕະການສັນຕິພາບ ໃຫ້ແກ່ການປະທະກັນຢູ່ຢູແກຼນ, ແຕ່ຕ້ອງຮັບປະກັນບັນດາເປົ້າໝາຍເຊິ່ງປະເທດນີ້ວາງອອກແຕ່ຫົວທີ. ໂດຍຕອບສຳພາດຕໍ່ນັກຂ່າວໃນຊ່ອງໂທລະພາບແຫ່ງລັດ Rossiya 1 ຂອງ ລັດເຊຍໃນວັນທີ 20 ກໍລະກົດ, ທ່ານ Peskov ເນັ້ນໜັກວ່າ ທ່ານປະທານາທິບໍດີ Putin ໄດ້ສະແດງຄວາມປາດຖະໜາເປັນຫຼາຍຄັ້ງວ່າຢາກຢຸດຕິການປະທະກັນນີ້ຍິ່ງໄວກໍ່ຍິ່ງດີໂດຍ ຜ່ານມາດຕະການສັນຕິວິທີ. ເມື່ອຖືວ່າວິວັດການນີ້ບໍ່ງ່າຍດາຍ ແລະ ຈະແກ່ຍາວ, ຮຽກຮ້ອງຕ້ອງການຄວາມມານະພະຍາຍາມ, ທ່ານ Peskov ໃສ່ໃຈວ່າສິ່ງສຳຄັນທີ່ສຸດສຳລັບລັດເຊຍ ແມ່ນບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ. ທ່ານຍົກໃຫ້ເຫັນຢ່າງຈະແຈ້ງວ່າ ບັນດາເປົ້າໝາຍນີ້ມີຄວາມຈະແຈ້ງ ແລະ ບໍ່ປ່ຽນແປງ. ທ່ານໂຄສົກວັງ Kremlin ກໍ່ເຕື້ອງເຖິງຄວາມອາດສາມາດໃນການດຳເນີນການພົບປະແບບເຊິ່ງໜ້າລະຫວ່າງທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໃນອະນາຄົດ, ພ້ອມທັງຢັ້ງຢືນວ່າການພົບປະນີ້ມີຄວາມໝາຍສຳຄັນ.