ທ່ານ Anton Siluanov ລັດຖະມົນຕີການເງິນລັດເຊຍ (ພາບ: REUTERS/Anton Vaganov)

ວັນທີ 27 ສິງຫາ, ທ່ານ Anton Siluanov ລັດຖະມົນຕີການເງິນລັດເຊຍ ໃຫ້ຮູ້ວ່າປະເທດນີ້ຈະຄາດຄະເນເສດຖະກິດໃນປີນີ້ຈະມີການເຕີບໂຕພຽງແຕ່ປະມານ 1,5%, ຕຳກ່ວາຫຼາຍເມື່ອທຽບໃສ່ກັບລະດັບການຄາດຄະເນຢ່າງເປັນທາງການກ່ອນນັ້ນແມ່ນ 2,5%. ກ່າວຄຳເຫັນທີ່ກອງປະຊຸມຢູ່ວັງ Kremlin, ທ່ານລັດຖະມົນຕີ Siluanov ໃຫ້ຮູ້ວ່າຂະແໜງການຜະລິດພາຍໃນປະເທດພວມຖືກກົດດັນ ຍ້ອນສະພາບການຂາດເຂີນແຮງງານ ແລະ ອັດຕາດອກເບ້ຍສູງເພື່ອຈຳກັດໄພເງິນເຟີ້, ໃນຂະນະທີ່ລາຍຈ່າຍການທະຫານບັນລຸລະດັບສູງສະຖິຕິ. ປີ 2024, ເສດຖະກິດລັດເຊຍ ໄດ້ຮັບຮູ້ການເຕີບໂຕຢູ່ລະດັບ 4,3%, ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດຂອງ ຝ່າຍຕາເວັນຕົກ. ເຖິງຢ່າງໃດກໍຕາມ, ລະດັບການເຕີບໂຕພວມມີສັນຍານຊັກຊ້າລົງ. ກ່ອນໜ້ານັ້ນ, ທະນາຄານສູນກາງ ລັດເຊຍ ກໍ່ຄາດຄະເນການເຕີບໂຕປີ 2025 ພຽງແຕ່ຢູ່ລະດັບ 1 – 2%.