ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ (ພາບ: VGP)

ຕອນບ່າຍວັນທີ 07 ເມສາ, ໃນຂອບເຂດກອງປະຊຸມລົງທຶນປະຈຳປີ (AIM Congress) 2025, ໄດ້ດຳເນີນຢູ່ Abu Dhabi, ສະຫະລັດ ອາຣັບ ເອມມີເລດ (UAE), ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໄດ້ມີບົດກ່າວປາໄສສຳຄັນໃນວາລະປຶກສາຫາລືຕາມຫົວເລື່ອງ ກ່ຽວກັບການດຶງດູດນັກລົງທຶນຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ພວມສຸມໃສ່ “ແກ້ໄຂຈຸດອຸດຕັນ”, ສ້າງກຳລັງໜູນເຕີບໂຕໃໝ່ ແລະ ລະດົມແຫຼ່ງກຳລັງເພື່ອສູ້ຊົນບັນລຸລະດັບເຕີບໂຕແຕ່ 8% ຂຶ້ນໄປໃນປີນີ້, ສ້າງພື້ນຖານຊຸກຍູ້ການເຕີບໂຕ 2 ຕົວເລກໃນໄລຍະຕໍ່ໄປ.

ກ່ຽວກັບການຮ່ວມມືລົງທຶນຕ່າງປະເທດ, ຫວຽດນາມ ກຳນົດທິດດຶງດູດ FDI ຢ່າງມີການຄັດເລືອກ, ສຸມໃສ່ບັນດາຂົງເຂດ: ພັດທະນາພື້ນຖານໂຄງລ່າງຍຸດທະສາດ, ວິທະຍາສາດເຕັກໂນໂລໂນຢີ, ຫັນເປັນດີຈີຕອນ, ນະວັດຕະກຳ, ອຸດສາຫະກຳຊີວະພາບ, ວັດຖຸໃໝ່, ຊິບຊັກນຳໄຟຟ້າ, AI, ພະລັງງານທົດແທນ, ພະລັງງານໃໝ່, logistics, ການເງິນສີຂຽວ… ສິ່ງທີ່ເປັນໜ້າສົນໃຈແມ່ນ, ໃນປີ 2025, ຫວຽດນາມ ສູ້ຊົນຫຼຸດຜ່ອນເວລາແກ້ໄຂລະບຽບການບໍລິຫານລົງຢ່າງໜ້ອຍສຸດ 30%. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຢັ້ງຢືນວ່າ ລັດຖະບານ ຍາມໃດກໍໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກ ແລະ ຮ່ວມເດີນທາງພ້ອມກັບບັນດາຄູ່ຮ່ວມມືສາກົນ, ບັນດາວິສາຫະກິດ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ.