ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: REUTERS/Jonathan Ernst)

ໃນວາລະອະພິປາຍ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ຖືວ່າ ອາເມລິກາບໍ່ກໍ່ສົງຄາມກັບ ເວເນຊູເອລາ ແລະ ບັນດາການນຳຊົ່ວຄາວຂອງ Caracas ໄດ້ຮ່ວມມືຢ່າງຕັ້ງໜ້າ ກັບອາເມລິກາ. ທ່ານ Rubio ຢັ້ງຢືນວ່າ ອາເມລິກາ ບັນລຸໄດ້ຄວາມຄືບໜ້າທີ່ດີຫຼາຍພໍສົມຄວນ ກັບອຳນາດການປົກຄອງຊົ່ວຄາວ ຂອງ ທ່ານນາງ Delcy Rodriguez ຜູ້ທີ່ເຂົ້າພິທີສາບານຕົວດຳລົງຕຳແໜ່ງ ປະທານາທິບໍດີ ເວເນຊູເອລາ ພາຍຫຼັງທີ່ ທ່ານ Nicolas Maduro ຖືກກັກຕົວ, ເຊິ່ງໄດ້ພັນລະຍາການພົວພັນແມ່ນ “ມີປະສິດທິຜົນ ແລະ ເຕັມໄປດ້ວຍຄວາມເຄົາລົບນັບຖື”. ຕາມທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາແລ້ວ, ວໍຊິງຕັນ ແລະ Caracas ພວມປຶກສາຫາລືບັນດາບາດກ້າວຕໍ່ໄປ ເພື່ອຈຳກັດຜົນສະທ້ອນຂອງບັນດາປະເທດອື່ນຢູ່ ເວເນຊູເອລາ, ພ້ອມທັງມີບັນດາແຜນການເພື່ອເປີດສະຖານທູດອາເມລິກາ ປະຈຳ Caracas ຄືນໃໝ່ເຊິ່ງໄດ້ຕາງໜ້າໃຫ້ແກ່ຄວາມມານະພະຍາຍາມຫັນການພົວພັນທາງການທູດເປັນປົກກະຕິ ພາຍຫຼັງຫຼາຍປີທີ່ຈືດຈາງ.