FSB ຊີ້ແຈ້ງວ່າ ຜູ້ຖືກສົງໄສຕົ້ນຕໍ່ທີ່ຍິງປືນແມ່ນ Lyubomir Korba. ຜູ້ນີ້ຖືກຈັບຕົວຢູ່ນະຄອນ Dubai ດ້ວຍການໜູນຊ່ວຍຈາກບັນດາອົງການທີ່ມີໜ້າທີ່ຂອງ ສະຫະລັດອາຣັບເອັມມີເຣດ (UAE), ຫຼັງຈາກນັ້ນຖືກພາຕົວໄປ ລັດເຊຍ. ນອກນັ້ນ, ຜູ້ຖືກສົງໄສອື່ນແມ່ນ Viktor Vasin ກໍ່ຖືກຈັບຕົວຢູ່ນະຄອນຫຼວງ ມົດສະກູ. ທັງ 2 ຄົນນີ້ລ້ວນແຕ່ແມ່ນຊາວ ລັດເຊຍ ແລະ ຖືກກ່າວຫາວ່າ: ມີກົນອຸບາຍເຂັ່ນຂ້າມະນຸດ, ຄ້າຂາຍອາວຸດຜິດກົດໝາຍ ແລະ ມີກົນອຸບາຍເຂັ່ນຂ້າທະຫານ. ຜູ້ຖືກສົງໄສທີ 3 ແມ່ນ Zinaida Serebritskaya ປະຈຸບັນພວມໜີໄປ ຢູແກຼນ.
ລັດເຊຍ ຈັບຕົວບັນດາຜູ້ຖືກສົງໄສໃນເຫດລອບສັງຫານນາຍພົນອາວຸໂສໂດຍບໍ່ປະສົບຜົນສຳເລັດ
(VOVWORLD) - ວັນທີ 08 ກຸມພາ, ອົງການປ້ອງກັນຄວາມສະຫງົບສະຫະພັນ ລັດເຊຍ (FSB) ໄດ້ແຈ້ງຈັບຕົວບັນດາຜູ້ຖືກສົງໄສຕົ້ນຕໍ່ກ່ຽວຂ້ອງເຖິງເຫດລອບສັງຫານທ່ານພົນຕີ Vladimir Alekseyev, ຮອງເສນາທິການໃຫຍ່ຜູ້ທີໜຶ່ງຂອງກົມໃຫຍ່ເສນາທິການກອງທັບ ລັດເຊຍ ໂດຍບໍ່ປະສົບຜົນສຳເລັດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
