ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບ: Reuters/TTXVN)

ວັນທີ 26 ມີນາ, ລັດເຊຍ ແລະ ຢູແກຼນ ໄດ້ກ່າວຫາເຊິ່ງກັນແລະກັນວ່າລະເມີດຂໍ້ຕົກລົງໂດຍ ອາເມລິກາ ເປັນກາງໄກເກ່ຍ, ຕາມນັ້ນແລ້ວ, ລັດເຊຍ ແລະ ຢູແກຼນ ຈະຢຸດຕິບັນດາການບຸກໂຈມຕີຈຸດຕ່າງໆຢູ່ທະເລດຳ ແລະ ບັນດາຮາກຖານພະລັງງານ.

ໃນຖະແຫຼນການ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ກ່າວຫາ ລັດເຊຍ ສົ່ງເຮືອບິນບໍ່ມີຄົນຂັບກວ່າ 100 ລຳເຂົ້າໄປ ຢູແກຼນ ໃນຕອນຄ່ຳ. ລະອຽດແມ່ນ, ກອງທັບອາກາດ ຢູແກຼນ ໃຫ້ຮູ້ວ່າ, ລັດເຊຍ ໄດ້ສົ່ງເຮືອບິນບໍ່ມີຄົນຂັບ 117 ລຳເຂົ້າໄປໃນນະຄອນ Kryvyi Rig ແລະ ເຂດຊາຍແດນ Sumy, ໃນນັ້ນ, ມີເຮືອບິນ 56 ລຳຖືກຍິງຕົກ ແລະ 48 ລຳຖືກຣາດາຕັດສັນຍານ ແຕ່ບໍ່ກໍ່ຄວາມເສຍຫາຍທີ່ຮ້າຍແຮງ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ກ່າວຫາ ຢູແກຼນ ຍິງເຮືອບິນບໍ່ມີຄົນຂັບໃສ່ “ຮາກຖານເກັບຮັກສາອາຍແກັດ” ຢູ່ແຫຼມ Crimea, ກໍ່ຄືໂຮງງານໄຟຟ້າຢູ່ເຂດ Bryansk.