ທົ່ວປະເທດໄດ້ໜູນຊ່ວຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກວ່າ 266.500 ຫຼັງ
(ພາບປະກອບ: nhandan.vn)

ວັນທີ 20 ກໍລະກົດ, ກະຊວງຊົນເຜົ່າ ແລະ ສາສະໜາ ຫວຽດນາມ ໃຫ້ຮູ້ວ່າ, ໄລ່ຮອດວັນທີ 19 ກໍລະກົດ, ໃນຂອບເຂດທົ່ວປະເທດໄດ້ໜູນຊ່ວຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພກວ່າ 266.500 ຫຼັງ. ສະນັ້ນ, ເມື່ອທຽບໃສ່ຈຸດເວລາ ການສະຖິຕິໃນວັນທີ 08 ກໍລະກົດ, ມາຮອດປະຈຸບັນ, ທົ່ວປະເທດ ໄດ້ໜູນຊ່ວຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຕື່ມອີກເກືອບ 2.000 ຫຼັງ. ຕາມນັ້ນແລ້ວ, ບັນດາກະຊວງ, ອົງການສູນກາງ ແລະ ທ້ອງຖິ່ນ ກໍ່ຕັດສິນໃຈປະຕິບັດສຳເລັດເປົ້າໝາຍ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນຂອບເຂດທົ່ວປະເທດກ່ອນວັນທີ 31 ສິງຫາ, ໃນນັ້ນ, ໃຫ້ບຸລິມະສິດໜູນຊ່ວຍດ້ານເຮືອນຢູ່ໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ການ ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພແມ່ນໜ້າທີ່ການເມືອງພິເສດ, ມີຄວາມໝາຍມະນຸດສະທຳ, ສະແດງອອກຜ່ານຄວາມເອົາໃຈໃສ່ຂອງພັກ, ລັດຕໍ່ປະຊາຊົນ ແລະ ຕອບບຸນແທນຄຸນບັນດານັກຮົບວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.