ພິທີເປີດນຳໃຊ້ ແລະ ມອບເຮືອນໃໝ່ 100 ຫຼັງໃຫ້ແກ່ບັນດາຄອບຄົວຊາວຊົນເຜົ່າສ່ວນໜ້ອຍທຸກຍາກ (ພາບ:TTXVN) |
ວັນທີ 27 ສິງຫາ, ຢູ່ຕາແສງເຈື່ອງເຊີນ, ແຂວງກ໋ວາງຈິ, ກອງບັນຊາການທະຫານຊາຍແດນແຂວງ ສົມທົບກັບທ້ອງຖິ່ນ ແລະ ຜູ້ບໍລິຈາກ ຈັດພິທີເປີດນຳໃຊ້ ແລະ ມອບເຮືອນໃໝ່ 100 ຫຼັງໃຫ້ແກ່ບັນດາຄອບຄົວຊາວຊົນເຜົ່າສ່ວນໜ້ອຍທຸກຍາກ. ໂດຍປະຕິບັດໂຄງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ, ກອງບັນຊາການທະຫານຊາຍແດນແຂວງ ກ໋ວາງຈິ ໂດຍຄະນະຊີ້ນຳແຂວງ ໄດ້ມອບໜ້າທີ່ໂດຍກົງໃຫ້ສືບຕໍ່ສ້າງເຮືອນຢູ່ 256 ຫຼັງ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ຂຶ້ນກັບສາມຕາແສງ: ເຢິນຮ້ວາ, ເຈື່ອງເຊີນ ແລະ ກິມເງິນ. ພາຍຫຼັງ ໄດ້ຜັນຂະຫຍາຍມາເປັນ 3 ເດືອນ, ທະຫານຊາຍແດນແຂວງ ກ໋ວາງຈິ ແລະ ບັນດາທ້ອງຖິ່ນໄດ້ປະຕິບັດສຳເລັດການກໍ່ສ້າງເຮືອນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນໂດຍພື້ນຖານ, ໃນນັ້ນມີເຮືອນຢູ່ 100 ຫຼັງຢູ່ຕາແສງ ເຈື່ອງເຊີນ. ບັນດາເຮືອນຫຼັງໃໝ່ມີຄວາມໝາຍສຳຄັນ, ປະກອບສ່ວນຊ່ວຍປະຊາຊົນມີບ່ອນຢູ່ ທີ່ຖາວອນ, ປອດໄພເພື່ອອຸ່ນອ່ຽງໃຈທຳມາຫາກິນ, ມີເງື່ອນໄຂພັດທະນາດ້ານເສດຖະກິດ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ.

