![]() |
ຕອນບ່າຍວັນທີ 12 ມັງກອນ, ຢູ່ນະຄອນ ໂຮ່ຈິມິນ, ກົມສົ່ງເສີມການທ່ອງທ່ຽວ ມາເລເຊຍ ປະຈຳ ຫວຽດນາມ ສົມທົບກັບກົມທ່ອງທ່ຽວລັດ Sabah ໄດ້ຈັດກອງປະຊຸມສຳມະນາ ຈຸດນັດພົບ ແລະ ແລກປ່ຽນການຄ້າການທ່ອງທ່ຽວ Sabah. ການເຄື່ອນໄຫວນີ້ນອນໃນຍຸດທະສາດສົ່ງເສີມ Visit Malaysia 2026 ແລະ ກະກຽມໃຫ້ແກ່ປີທ່ອງທ່ຽວ Sabah 2027.
ກອງປະຊຸມສຳມະນາ ໄດ້ເຊື່ອມຕໍ່ໂດຍກົງກັບ 10 ວິສາຫະກິດທອ່ງທ່ຽວທີ່ມາຈາກ Sabah, Malaysia ດ້ວຍ 65 ຄູ່ຮ່ວມມືທ່ອງທ່ຽວ ຫວຽດນາມ ຜ່ານບັນດາວາລະເຮັດວຽກໂດຍກົງລະຫວ່າງບັນດາວິສາຫະກິດ (B2B), ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດສອງຝ່າຍສາມາດພົບປະ, ແລກປ່ຽນ ແລະ ເປີດກ້ວາງໂອກາດການຮ່ວມມືສອງຝ່າຍ. ທ່ານນາງ Christina Kong, ປະທານສະຫະສະມາຄົມປ່ຽນແປງໃໝ່ ແລະ ພັດມະນາການທ່ອງທ່ຽວ Sabah (SETIA), ໃຫ້ຮູ້ວ່າ:
"ພວກຂ້າພະເຈົ້າມີບັນດາດອນເກາະທີ່ມີລະດັບສາກົນ, ພູ Kinabalu ທີ່ໃຫ່ຍໂຕມະໂຫຖານ, ວັດທະນະທຳທຳມະຊາດ, ຊີວິດເຊື່ອມໂຍງກັບທຳມະຊາດ ແລະ ພິເສດແມ່ນເກາະທະເລທີ່ອຸດົມສົມບູນຢູ່ Sabah - ແຫ່ງທີ່ທ່ານສານມາດດຳນ້ຳທະເລຢູ່ຫາກຊາຍທະເລ Sipadan ທີ່ມີສື່ສຽງຢູ່ໂລກ. ພວກຂ້າພະເຈົ້າມີບັນດາຜະລິດຕະພັນທີ່ເໝາະສົມກັບນັກທ່ອງທ່ຽວ ຫວຽດນາມ. ແຕ່ເຖິງແນວນັ້ນກໍ່ຕາມ, ພວກຂ້າພະເຈົ້າຍັງບໍ່ທັນເຂົ້າເຖິງເລິກຕະຫຼາດ ຫວຽດນາມ ໄດ້ເທື່ອ. ຜ່ານລາຍການນີ້, ພວກຂ້າພະເຈົ້າຫວັງວ່າຈະນຳມາເຊິ່ງຫຼາຍຂໍ້ມູນຂ່າວກ່ຽວກັບບັນດາຜະລິດຕະພັນທ່ອງທ່ຽວຂອງ Sabah ກ່ວາອີກໃຫ້ແກ່ແຂກທ່ອງທ່ຽວ ຫວຽດນາມ".
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

