ກອງປະຊຸມ ມອບໝາກຜົນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: VOV) |
ຕອນເຊົ້າວັນທີ 26 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດໄດ້ສົມທົບກັບບັນດາອົງການ, ຄະນະ, ກະຊວງ, ຂະແໜງການສູນກາງຈັດຕັ້ງກອງປະຊຸມ ມອບໝາກຜົນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນ ຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ຍາດຕິພີ່ນ້ອງ, ຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ. ການນຳກົມໃຫຍ່ການເມືອງ ໄດ້ມອບໝາກຜົນຂອງກສັນລະສູດ ADN ນັກຮົບເສຍສະຫຼະຊີວິດ 6 ຄົນໃຫ້ແກ່ຍາດຕິພີ່ນ້ອງແລະ ຄອບຄົວ. ນັບແຕ່ປີ 2013 ມາຮອດປັດຈຸບັນ, ສະຖາບັນນິຕິເວດຊະສາດ ກອງທັບໄດ້ດຳເນີນການສັນລະສູດ ADN ຢັ້ງຢືນເອກະລັກບຸກຄົນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ມອບໝາກຜົນໃຫ້ແກ່ຍາດຕິພີ່ນ້ອງ ເກືອບ 500 ຊູດ, ກວມເອົາເກືອບ 50% ຈຳນວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທັງໝົດ ໄດ້ຮັບການຢັ້ງຢືນມາຮອດປັດຈຸບັນ.

