(ພາບຖ່າຍວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ນາງ ວໍທິເຊົາ) |
ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (1945 – 2025), ຕອນເຊົ້າວັນທີ 07 ສິງຫາ, ຢູ່ ຮ່າໂນ້ຍ, ອົງການ “ຫົວໃຈທະຫານ” ໄດ້ສົມທົບກັບຫໍພິພິຕະພັນແມ່ຍິງ ຫວຽດນາມ, ສູນ “ບົດປະພັນໃໝ່”, ສະພາຕະກຸນ ເຢືອງ ນະຄອນ ຮ່າໂນ້ຍ ແລະ ສະໂມສອນ “ອາຍຸ 20 ປີຕະຫຼອດໄປ”, ໄດ້ຈັດພິທີມອບພາບຖ່າຍວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ກຸ່ມນັກແຕ້ມພາບໜຸ່ມ “ຫົວໃຈທະຫານ” ໃສ່ສີ.
ເພື່ອຈົດຈຳຄຸນງາມຄວາມດີຂອງບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອເອກະລາດ, ຄວາມເສລີຂອງປະເທດຊາດ, ຄະນະຈັດຕັ້ງໄດ້ມອບພາບຖ່າຍວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດຕຳຫຼວດປະຊາຊົນ ຫວຽດນາມ ຈຳນວນໜຶ່ງເປັນສັນຍາລັກ, ຄື: ນາງ ຫງວຽນທິເລີ້ຍ, ນາງ ບຸຍທິກຸກ, ນາງ ກາວກີເວີນ ແລະ ນາງ ວໍທິເຊົາ ໃຫ້ແກ່ຫໍພິພິຕະພັນແມ່ຍິງ ຫວຽດນາມ.
ແລະກໍ່ໃນຂອບເຂດຂອງເຫດການ, ສູນເອກະສານ “ຫົວໃຈນັກຮົບ” ໄດ້ຮັບປື້ມບັນທຶກປະຈຳວັນ 2 ເຫຼັ້ມ ທີ່ບັນທຶກຢູ່ສະໜາມຮົບ ໄຕບັກ ແລະ ປະຕິບັດພັນທະສາກົນທີ່ສູງສົ່ງຢູ່ສະໜາມຮົບ ລາວ ໃນຊຸມປີ 1963 – 1968. ຄາດວ່າ, ຈະໄດ້ພິມຈຳໜ່າຍເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນຄູ ຫວຽດນາມ ທີ່ 21 ພະຈິກ 2025.

