ວຽກງານດັບເພີງພວມໄດ້ຮັບການຜັນຂະຫຍາຍ ຢ່າງຕັ້ງໜ້າ (ພາບ: Yonhap News) |
ຕາມບົດລາຍງານຂອງອົງການສູນກາງຮັບມືກັບໄພພິບັດ ສ.ເກົາຫຼີ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 26 ມີນາ, ບັນດາສະຖານທີ່ເກີດໄຟໄໝ້ເລີ່ມເກີດຂຶ້ນແຕ່ວັນທີ 21 ມີນາ ຜ່ານມາ ຢູ່ນະຄອນ Andong ແລະ ຫຼາຍທ້ອງຖິ່ນອື່ນຂອງ ສ.ເກົາຫຼີ ຍັງສືບຕໍ່ແຜ່ລາມ. ຮອດເວລາ 9 ໂມງເຊົ້າຂອງວັນທີ 26 ມີນາ, ຕາມເວລາທ້ອງຖິ່ນ, ໄດ້ມີຜູ້ເສຍຊີວິດ 18 ຄົນ ແລະ ຜູ້ຖືກບາດເຈັບ 19 ຄົນ, ໃນນັ້ນ ມີ 6 ຄົນຮັບບາດເຈັບສາຫັດ ພວມໄດ້ຮັບການປິ່ນປົ່ວສຸກເສີນຢູ່ໂຮງໝໍ. ໄຟໄໝ້ໄດ້ຈູດເຜົາທຳລາຍເນື້ອທີ່ປ່າ 17.534 ເຮັກຕາ. ມີປະຊາຊົນທ້ອງຖິ່ນກວ່າ 26.000 ຄົນ ພວມຍົກຍ້າຍໄປຍັງບ່ອນລີ້ໄຟລວມໝູ່.
ປັດຈຸບັນ, ອຳນາດການປົກຄອງທ້ອງຖິ່ນ ພວມລະດົມທຸກແຫຼ່ງກຳລັງເພື່ອຄວບຄຸມໄຟໄໝ້ດັ່ງກ່າວ.
ນັກຂ່າວ VOV ປະຈຳ ຍີ່ປຸ່ນ

