ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP) |
ຕອນເຊົ້າວັນທີ 13 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ມີການເຮັດວຽກກັບການນຳນະຄອນ ໂຮ່ຈີມິນ ເພື່ອແນໃສ່ປຶກສາຫາລື, ແກ້ໄຂບັນດາເນື້ອໃນ ຊ່ວຍໃຫ້ນະຄອນໂຮ່ຈີມິນພັດທະນາກ່ວາອີກ. ທີ່ກອງປະຊຸມ, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ສະເໜີ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ອະນຸຍາດໃຫ້ ນະຄອນໂຮ່ຈີມິນສືບຕໍ່ປະຕິບບັດ ການປັບປຸງໂຄງການສ້າງພື້ນຖານໂຄງລ່າງເຂດຊຸມຊົນ ທາງພາກເໜືອ ແລະ ກໍ່ສ້າງເສັ້ນທາງເໜືອ - ໃຕ້ໃຫ້ສຳເລັດສົມບູນແບບ. ພິເສດ, ທ່ານ ຫງວຽນແທັງຟອງ ໄດ້ສະເໜີສ້າງແຜນຮ່າງກ່ຽວກັບກົນໄກນະໂຍບາຍພິເສດສຳລັບນະຄອນ ຖູດຶກ:
ເພື່ອໃຫ້ນະຄອນຖູດຶກ ກາຍເປັນກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ນະຄອນໂຮ່ຈີມິນ ແລະ ເຂດເສດຖະກິດທາງທິດໃຕ້ຢ່າງແທ້ຈິງ, ຂ້າພະເຈົ້າຂໍສະເໜີ ທ່ານນາຍົກລັດຖະມົນຕີ ຊີ້ນຳບັນດາກະຊວງ, ຂະແໜງການຂັ້ນສູນກາງສົມທົບກັບນະຄອນສ້າງແຜນຮ່າງກ່ຽວກັບກົນໄກ, ນະໂຍບາຍໃຫ້ເໝາະສົມກັບນະຄອນຖູດຶກ ຕາມມະຕິທີ່ໄດ້ຍື່ນສະເໜີຕໍ່ລັດຖະບານໃນໄຕມາດທີ II ຂອງປີ 2021.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

