ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພົບປະກັບພະນັກງານຄ້າຍກັກຂັງ ງອກລີ໊ (ພາບ: TTXVN) |
ຕອນເຊົ້າວັນທີ 18 ສິງຫາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງກວດກາວຽກງານຜັນຂະຫຍາຍ ຂໍ້ຕົກລົງວ່າດ້ວຍການ ອະໄພຍະໂທດ 2021 ຢູ່ຄ້າຍກັກຂັງ ງອກລີ໊, ຂຶ້ນກັບການຄຸ້ມຄອງຂອງກະຊວງຕຳຫຼວດ ຕັ້ງຢູ່ແຂວງ ບັກຢາງ. ນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຂໍ້ຕົກລົງວ່າດ້ວຍການອະໄພຍະໂທດປີ 2021 ໄດ້ຢັ້ງຢືນ ແຜນນະໂຍບາຍມະນຸດສະທຳຂອງພັກ, ລັດ ທີ່ມີຕໍ່ຜູ້ມີການດັດສ້າງເປັນຢ່າງດີ, ມີຄວາມກິນແໜງ ແລະ ມີຄວາມຕັດສິນໃຈຢາກກັບຄືນເຊື່ອມຕົວເຂົ້າກັບວົງຄະນະຍາດ, ກາຍເປັນພົນລະເມືອງທີ່ດີຕໍ່ສັງຄົມ.
ກ່ຽວກັບວຽກງານອະໄພຍະໂທດ, ທ່ານປະທານປະເທດໄດ້ຊີ້ແຈ້ງວ່າ, ປີ 2021 ປະທານປະເທດ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການອະໄພຍະໂທດເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີ ແຫ່ງວັນສະຖາປະນາປະເທດ ຖືກຕ້ອງກັບຂໍ້ກຳນົດກົດໝາຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

