ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສປ.ຈີນ ຫຼີຊຽງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (GMS) ເປີດກວ້າງຄັ້ງທີ 8 ເຊິ່ງຖືກຈັດຂຶ້ນຢູ່ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ຈີນ. ການເດີນທາງໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຈະດຳເນີນໃນລະຫວ່າງວັນທີ 5 - 8 ພະຈິກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ Ayeyawady - Chao Phraya – Mekong ຄັ້ງທີ 10, ກອງປະຊຸມສຸດຍອດຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ ຄັ້ງທີ 11 ແລະ ເຮັດວຽກຢູ່ຈີນ.