ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez

ຕອນເຊົ້າວັນທີ 09 ເມສາ, ຢູ່ທຳນຽບປະທານປະເທດ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ແອັດສະປາຍ Pedro Sanchez ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 8 – 10 ເມສາ. ນີ້ແມ່ນຄັ້ງທຳອິດທີ່ນາຍົກລັດຖະມົນຕີ ແອັດສະປາຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ໃນປີ 1977 ເປັນຕົ້ນມາ ແລະ ນີ້ກໍແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງການນຳຂັ້ນສູງ ລັດ ແອັດສະປາຍ ພາຍຫຼັງ 19 ປີ ນັບແຕ່ການຢ້ຽມຢາມຂອງ ກະສັດ Juan Carlos ແລະ ພະມະເຫສີ Sofia ໃນປີ 2006.

ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Pedro Sanchez ດຳເນີນການພົບປະເຈລະຈາ. ຕາມລາຍການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ຈະພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ແລະ ມີບາງການເຄື່ອນໄຫວສຳຄັນອື່ນຢູ່ ຮ່າໂນ້ຍ, ຢ້ຽມຢາມນະຄອນ ໂຮ່ຈີມິນ.