ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ສຳລັບ ຫວຽດນາມ, ເລື່ອງຖືກ ອາເມລິກາ ຈັດວາງອັດຕາພາສີຂຶ້ນເຖິງ 46% ສຳລັບສິນຄ້ານຳເຂົ້າຈາກ ຫວຽດນາມ ໄດ້ສົ່ງຜົນກະທົບຢ່າງຈະແຈ້ງ ແລະ ໂດຍກົງເຖິງການສົ່ງອອກ ແລະ ຊາວຜູ້ອອກແຮງງານ, ວິສາຫະກິດຈຳນວນບໍ່ໜ້ອຍ. ເຖິງຢ່າງໃດກໍຕາມ, ຫວຽດນາມ ມີຄຸນນະທາດຢ່າງພຽງພໍ, ປັບຕົວຢ່າງມີໄຫວພິບກັບບໍ່ວ່າເຫດການໃດທີ່ເກີດຂຶ້ນໃນໂລກ, ພາກພື້ນ ແລະ ພາຍໃນປະເທດຢ່າງເໝາະສົມ, ມີປະສິດທິຜົນ.

“ພື້ນຖານເສດຖະກິດຂອງພວກເຮົາຍັງແມ່ນພື້ນຖານເສດຖະກິດຫັນປ່ຽນ. ຫວຽດນາມ ຍັງເປັນປະເທດພວມພັດທະນາ, ຂອບຂະໜາດພື້ນຖານເສດຖະກິດຍັງຈຳກັດຢູ່, ຄວາມສາມາດທົນທານຍັງຈຳກັດ, ໂດຍະສະເພາະແມ່ນຜົນກະທົບຈາກພາຍນອກ. ດັ່ງນັ້ນ, ທຸກການຜັນແປກໍລ້ວນແຕ່ເປັນໂອກາດ. ເຖິງວ່າ ມີບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ… ແຕ່ກໍ່ແມ່ນໂອກາດເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໂອກາດເພື່ອໃຫ້ພວກເຮົາບືນຕົວຂຶ້ນຢ່າງແຮງກວ່າ, ເປັນເຈົ້າການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຕີບໃຫຍ່ກວ່າ”.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກະຊວງການຕ່າງປະເທດ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ຍູ້ແຮງວຽກງານຄົ້ນຄວ້າ, ລາຍງານສະພາວະ, ໝາກຜົນ ແລະ ຂໍ້ສະເໜີແນະໃຫ້ລັດຖະບານຢ່າງທັນການ. ສືບຕໍ່ຂຸດຄົ້ນບັນດາສັນຍາການຄ້າເລລີ (FTA) ທີ່ມີຢູ່ແລ້ວ ແລະ ຫາກໍ່ລົງນາມຢ່າງມີປະສິດທິຜົນ. ຊຸກຍູ້ວຽກງານພົວພັນຕ່າງປະເທດດ້ານເສດຖະກິດ ສຸມໃສ່ບັນດາຂົ້ວທີ່ສ້າງບາດກ້າວບຸກທະລຸແກ່ການເຕີບໂຕ.

ລ້າຍຮວາ