ທ່ານ Mark Carney ໄດ້ສາບານຕົວຮັບດຳລົງຕຳແໜ່ງ ນາຍົກລັດຖະມົນຕີຜູ້ທີ 24 ຂອງ ການາດາ (ພາບ: Reuters/TTXVN)

ທ່ານ Carney ຫາກໍຍາດໄດ້ໄຊຊະໃນການເລືອກຕັ້ງການນຳພັກເສລີໃນທ້າຍອາທິດຜ່ານມາ. ເຖິງວ່າແມ່ນໜຶ່ງໃນບັນດາການນຳຄົນໃໝ່ໃນວົງການການເມືອງການາດາ, ແຕ່ທ່ານ Carney ເຄີຍຮັບດຳລົງຕຳແໜ່ງເປັນອະດີດຜູ້ວ່າການທະນາຄານອັງກິດ ແລະ ທະນາຄານການາດາ.

ເມື່ອກ່າວຄຳເຫັນພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງພ້ອມກັບຄະນະລັດຖະບານໃໝ່ລວມມີສະມາຊິກ 23 ຄົນ, ທ່ານ Carney ເນັ້ນໜັກວ່າ ການາດາ ພວມປະເຊີນໜ້າກັບຈຸດເວລາວິກິດການ ເມື່ອປະເທດພັນທະມິດອັນໃກ້ຊິດ ຄື ອາເມລິກາ ພັດປຸກລະດົມສົງຄາມການຄ້າ. ທ່ານຢັ້ງຢືນວ່າ ຈະບໍ່ປະນິປະນອມຕໍ່ກຳລັງດັນຈາກ ວໍຊິງຕັນ, ພ້ອມທັງຮັກສາລະດັບອັດຕາພາສີໂຕ້ຕອບຈົນເຖິງເວລາໃດ “ຊາວ ອາເມລິກາ ສະແດງຄວາມເຄົາລົບ ແລະ ຍົກອອກຄຳໝັິ້ນຍາທີ່ໜ້າໄວ້ເນື້ອເຊື່ອໃຈກ່ຽວກັບການຄ້າເສລີ ແລະ ຍຸດຕິທຳ”.