ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ Lawrence Wong (ພາບ: VOV)

ໂດຍຕອບຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ Lawrence Wong ແລະ ພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການໃນວັນທີ 25 ມີນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Lawrence Wong ນັບແຕ່ເວລາຮັບດຳລົງຕຳແໜ່ງ. ໂດຍຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ໃຫ້ຮູ້ວ່າ ແຕ່ວັນທີ 11 – 13 ມີນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນການຢ້ຽມຢາມສິງກະໂປຢ່າງເປັນທາງການ. ໃນການຢ້ຽມຢາມນີ້, ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ສິງກະໂປ. ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນສອງປະເທດ, ເປີດໜ້າປະຫວັດສາດໃໝ່ດ້ວຍວິໄສທັດທີ່ຍາວໄກ ແລະ ຮອບດ້ານກ່ວາ. ທັງສອງປະເທດລ້ວນແຕ່ມີຕັດສິນໃຈ ຊຸກຍູ້ ການພົວພັນສອງຝ່າຍໃຫ້ພັດທະນາກ່ວາອີກ, ນັ້ນແມ່ນ ເຫດຜົນທີ່ ນາຍົກລັດຖະມົນຕີ ສິງກະໂປມາຢ້ຽມຢາມ ຫວຽດນາມພາຍຫຼັງການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ຫວຽດນາມ, ພ້ອມທັງສ່ອງແສງລະດັບຄວາມສຳຄັນຂອງການພົວພັນກໍ່ຄືກຳລັງໜູນຮ່ວມມືຢ່າງແຮງເມື່ອສອງປະເທດກ້າວເຂົ້າສູ່ສັງກາດໃໝ່.