ທ່ານນາຍົກລັດຖະມົນຕີມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ Wouter Va Wersch, ຮອງປະທານຝ່າຍບໍລິຫານງານທົ່ວໂລກ ກຸ່ມບໍລິສັດ Airbus, (ພາບ: TTXVN) |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມພັດທະນາເສດຖະກິດທາງອາກາດ, ເປີດກວ້າງສາຍການບິນ. ປັດຈຸບັນ, ຫວຽດນາມ ມີ 04 ບໍລິສັດການບິນ, ຂຸດຄົ້ນສາຍການບິນສາກົນ 98 ສາຍໄປຍັງ 20 ປະເທດ ແລະ ເຂດແຄວ້ນໃນໂລກ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຸ່ມບໍລິສັດ Airbus ສືບຕໍ່ຮ່ວມມືກັບບັນດາບໍລິສັດການບິນຂອງ ຫວຽດນາມ ເພື່ອພັດທະນາຂະແໜງອຸດສາຫະກຳທາງອາກາດ, ລວມທັງການພັດທະນາກອງເຮືອບິນຂອງ ຫວຽດນາມ; ເປີດກວ້າງລະບົບສະໜອງ ແລະ ຜະລິດເຄື່ອງອາໄຫຼ່ເຮືອບິນ Airbus ຢູ່ ຫວຽດນາມ ແລະ ທົ່ວໂລກ; ຜັນຂະຫຍາຍລົງທຶນບັນດາໂຮງງານຜະລິດເຄື່ອງອາໄລຂອງ ຫວຽດນາມ.
ສ່ວນທ່ານ Wouter Van Wersch, ຮອງປະທານຝ່າຍບໍລິຫານງານກຸ່ມບໍລິສັດ Airbus, ໂດຍໃຫ້ຮູ້ວ່າ ນອກຈາກການຮ່ວມມືທາງດ້ານການບິນພົນລະເມືອງແລ້ວ, Airbus ອາດຈະຜັນຂະຫຍາຍບັນດາການເຄື່ອນໄຫວໂຄງການກ່ຽວກັບເຕັກໂນໂລຢີອາວະກາດ, ຜະລິດເຄື່ອງອາໄຫຼ່ເຮືອບິນ…; ພ້ອມທັງປາດຖະໜາວ່າ ຫວຽດນາມ ສືບຕໍ່ອຳນວຍຄວາມສະດວກເພື່ອໃຫ້ກຸ່ມບໍລິສັດຮ່ວມມືກັບບັນດາກົມກອງ,ວິສາຫະກິດທີ່ກ່ຽວຂ້ອງເພື່ອຍົກລະດັບ, ພັດທະນາກ່ຳປັ່ນແບບຍືນຍົງ, ຄືດັ່ງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ, ກໍ່ໄດ້ກຳນົດທິດພັດທະນາຂອງ ຫວຽດນາມ ໃນໄລຍະຈມາເຖິງ.

