ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ແລະ ຄະນະປະຈຳພັກລັດຖະບານ |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສະເໜີກະຊວງສຶກສາ ແລະ ບຳລຸງສ້າງ ປະກອບຄຳຄິດຄຳເຫັນທີ່ກອງປະຊຸມ, ສ້າງຂໍ້ສະເໜີປະກາດໃຊ້ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການຫັນເປັນທັນສະໄໝ, ຍົກສູງຄຸນນະພາບ ການສຶກສາ ແລະ ບຳລຸງສ້າງ, ພັດທະນາຄວາມ ສາມາດບົ່ມຊ້ອນ, ຄຸນນະພາບຂອງນັກຮຽນ, ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດຢ່າງກ້າວກະໂດດຂັ້ນໃນໄລຍະໃໝ່. ທ່ານນາຍົກລັດຖະມົນຕີສະເໜີໃຫ້ໂຄງການດັ່ງກ່າວວາງເປົ້າໝາຍບັນລຸລະດັບ ພາສາອັງກິດຊັ້ນປະຖົມ ແລະ ການສຶກສາສາມັນຢ່າງທົ່ວເຖິງ.

