ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ແລະ ທ່ານຮອງຫົວໜ້າສູນການເງິນລອນດອນ, Vincent Keaveny (ພາບ: VGP)

ໃນການພົບປະ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ຢັ້ງຢືນວ່າ ຫວຽດນາມ ພວມຍູ້ໄວການປ່ຽນແປງລະບອບລະບຽບການ, ປັບປຸງສະພາບແວດລ້ອມການລົງທຶນ, ດຶງດູດບັນດານັກລົງທຶນການເງິນ ແລະ ອົງການການເງິນໃຫຍ່, ພິເສດແມ່ນໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຄື ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ; ພ້ອມທັງປາດຖະໜາວ່າ ທ່ານ Tony Blair ໃຫ້ການເຊື່ອມຕໍ່ສາກົນ ແລະ ຍົກອອກບັນດາຂໍ້ສະເໜີແນະຍຸດທະສາດ.

ສ່ວນທ່ານ Tony Blair ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງສູນການເງິນສາກົນຂອງ ຫວຽດນາມ ແມ່ນໜຶ່ງການຕັດສິນທີ່ຖືກຕ້ອງ ແລະ ທ່ານໄດ້ຕີລາຄາສູງການກຳນົດທິດພັດທະນາສູນການເງິນຂອງ ຫວຽດນາມ.

ກໍໃນວັນດຽວກັນ, ໃນການເຮັດວຽກກັບທ່ານຮອງຫົວໜ້າສູນການເງິນລອນດອນ, Vincent Keaveny, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ສະເໜີໃຫ້ຝ່າຍສູນການເງິນລອນດອນ ໃຫ້ການໜູນຊ່ວຍແບ່ງປັນບົດຮຽນປະສົບການພັດທະນາສູນການເງິນ ແລະ ໃຫ້ການໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໂດຍກົງໃຫ້ແກ່ສູນການເງິນ. ສ່ວນທ່ານຮອງຫົວໜ້າສູນການເງິນ ລອນດອນ, Vincent Keaveny ໄດ້ສະແດງຄວາມພ້ອມສືບຕໍ່ທີ່ຈະໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງສູນການເງິນ.

ແອັງຕວັນ, ນັກຂ່າວ VOV ປະຈຳ ຝລັ່ງ