ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ |
“ບໍ່ປະໃຫ້ມີການລະເມີດສິນໃນນ້ຳກ່ອນການເຮັດວຽກຂອງ EC” ນີ້ແມ່ນຄຳເນັ້ນໜັກຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃນກອງປະຊຸມຄັ້ງທີ 30 ຄະນະຊີ້ນຳແຫ່ງຊາດ ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ເຊິ່ງໄດ້ດຳເນີນໃນວັນທີ 27 ມັງກອນ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກຄຳຮຽກຮ້ອງຮັບປະກັນບັນດາລະບົບຂໍ້ມູນ, ສຳຫຼວດກວດກາທຸກກໍລະນີລະເມີດການບໍລິຫານ, ກວດກາແຕ່ລະກໍລະນີ ເພື່ອຮັບປະກັນວ່າ ແກ້ໄຂຢ່າງຂາດຂັ້ນ, ຖືກຕ້ອງຕາມຂໍ້ກຳນົດກົດໝາຍ.
ກໍໃນວາລະປະຊຸມ, ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາຊະອານາຈັກແບນຊິກ ໃຫ້ຮູ້ວ່າ: ຄະນະກຳມະການເອີຣົບ (EC) ຕີລາຄາສູງຄວາມຕັດສິນໃຈ, ການຊີ້ນຳ, ການບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຄະນະຊີ້ນຳ ແລະ ຖືວ່າ ນີ້ແມ່ນປະກົດການທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມເຂັ້ມງວດຂອງ ຫວຽດນາມ ໃນການປະຕິບັດບັນດາຂໍ້ສະເໜີແນະ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

