ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: chinhphu.vn)

ຕອນບ່າຍວັນທີ 24 ມີນາ, ຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ຈັດການປະຊຸມປຶກສາຫາລືກັບບັນດາກະຊວງ, ຂະແໜງການກ່ຽວກັບການສ້າງແຜນຮ່າງພັດທະນາພື້ນຖານເສດຖະກິດເອກະຊົນ.ປັດຈຸບັນ, ຂົງເຂດເສດຖະກິດເອກະຊົນມີວິສາຫະກິດກ່ວາ 940.000 ແຫ່ງ ແລະ ກ່ວາ 5 ລ້ານຄອບຄົວດຳເນີນທຸລະກິດ ພວມເຄື່ອນໄຫວ, ປະກອບສ່ວນປະມານ 51% GDP, ກ່ວາ 30%ຍອດລາຍຮັບງົບປະມານແຫ່ງລັດ, ກ່ວາ 30%ຍອດວົງເງິນການສົ່ງອອກ, ເກືອບ 60% ຍອດເງິນລົງທຶນທົ່ວສັງຄົມ, 82% ຍອດຈຳນວນແຮງງານໃນພື້ນຖານເສດຖະກິດ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ຢັ້ງຢືນວ່າ ພື້ນຖານເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດ. ຕ້ອງສືບຕໍ່ມີບັນດາມາດຕະການເພື່ອແນໃສ່ປ່ຽນແປງໃໝ່ຈິນຕະນາການ, ສ້າງຄວາມເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້, ປຸກລຸກຄວາມໄວ້ເນື້ອເຊື່ອໃຈ, ສ້າງກຳລັງໜູນໃໝ່, ບັນຍາກາດໃໝ່ເພື່ອພັດທະນາເສດຖະກິດເອກະຊົນ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ແຜນຮ່າງຕ້ອງສ້າງການກະຕຸກຊຸກຍູ້ໃຫ້ແກ່ພື້ນຖານເສດຖະກິດເອກະຊົນ, ລຸລ່ວງຈຸດອຸດຕັນ, ປົດປ່ອຍແຫຼ່ງກຳລັງ, ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອໃຫ້ວິສາຫະກິດເອກະຊົນພັດທະນາ, ສ້າງຄວາມຫ້າວຫັນເພື່ອໃຫ້ວິສາຫະກິດເຂົ້າຮ່ວມຕະຫຼາດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນທີ່ມີປະສິດທິຜົນໃຫ້ແກ່ພື້ນຖານເສດຖະກິດ, ພິເສດແຜນຮ່າງຕ້ອງມີລັກສະນະກຳທະ, ມີຄວາມເປັນໄປໄດ້, ຖືກຕ້ອງ, ຖືກເປົ້າ, ບຸກທະລຸ, ມີກຳລັງແຮງຢ່າງພຽງພໍ ແລະ ຕ້ອງຜັນຂະຫຍາຍ ພາຍຫຼັງໄດ້ຮັບການປະກາດໃຊ້ຢ່າງທັນທີ.