ທ່ານ ຫງວຽນຊວນຟຸກ ອວຍພອນບຸດເຕັດພະນັກງານ
ລັດຖະກອນສະຖາບັນຕົ້ນທັນຍາຫານ ແລະ ອາຫານ
(ພາບ: VGP)
(vovworld) - ຕອນບ່າຍວັນທີ 14/02 ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງແຂວງ ຫາຍເຢືອງ ເພື່ອຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ລັດຖະກອນສະຖາບັນຕົ້ນທັນຍາຫານ ແລະ ອາຫານ (ເມືອງ ຢາຫລົກ), ອວຍພອນບຸນເຕັດພະນັກງານ ແລະ ປະຊາຊົນຕາແສງຊົນນະບົດໃໝ່ ຮົ່ງທ໋າຍ (ເມືອງ ນີງຢາງ). ເມື່ອຢ້ຽມຢາມເຂດຄົ້ນຄວ້າແນວປູກ, ຮັບຟັງບົດລາຍງານໝາກຜົນຕ່າງໆທີ່ພົ້ນເດັ່ນໃນວຽກງານຄົ້ນຄວ້າ ແລະ ຖ່າຍທອດຄວາມກ້າວໜ້າເຕັກນິກການປູກຕົ້ນທັນຍາຫານ ແລະ ຫາຫານ, ທ່ານຮອງນາຍົກລັດຖະມົນຕີ ຮັບຮູ້ຜົນງານຂອງສະຖາບັນ ຊຶ່ງໄດ້ຄົ້ນຄວ້າ, ມອບໂອນແນວປູກໃໝ່ຫລາຍຊະນິດທີ່ໃຫ້ສະມັດຕະພາບສູງ, ຄຸນນະພາບດີ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສະຖາບັນເອົາໃຈໃສ່ເປັນພິເສດ ເຊິ່ງການອະນຸລັກຮັກສາຂຸດຄົ້ນແຫຼ່ງພັນທຸກຳແນວປູກທີ່ດີ, ມີທ່າແຮງ.
ເມື່ອຖະຫວາຍທູບທຽນ ແລະ ປູກຕົ້ນໄມ້ທີ່ລະນຶກຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຂຶ້ນກັບຕາແສງ ຮົ່ງທ໋າຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ຽມຢາມຖາມຂ່າວ, ໂອ້ລົມກັບປະຊາຊົນທ້ອງຖິ່ນ. ທ່ານຮອງນາຍົກລັດຖະມົນຕີສະເໜີອຳນາດການປົກຄອງ, ປະຊາຊົນທ້ອງຖິ່ນສືບຕໍ່ສາມັກຄີ, ສູ້ຊົນກໍ່ສ້າງບ້ານເກີດເມືອງນອນໃຫ້ຮັ່ງມີເຂັ້ມແຂງ, ສີວິໄລ, ກໍ່ສ້າງຕາແສງ ຮົ່ງທ໋າຍກາຍເປັນຕາແສງວັດທະນະທຳ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກຮຽນຊັ້ນອະນຸບານຢູ່ໂຮງຮຽນອະນຸບານ ຮົ່ງທ໋າຍ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
