ທ່ານສາດສະດາຈານ Carl Thayer (ພາບ: TTXVN) |
ໂດຍຕອບສຳພາດຂອງນັກຂ່າວ ສຳນັກຂ່າວສານຫວຽດນາມ ປະຈຳ ອົດສະຕາລີໃນວັນທີ 11 ເມສາ, ທ່ານສາດສະດາຈານ Carl Thayer ຂຶ້ນກັບສະຖາບັນປ້ອງກັນປະເທດ ອົດສະຕາລີ, ມະຫາວິທະຍາໄລ New South Wales ຖືວ່າ ໃນໄລຍະ 50 ປີຜ່ານມານັບແຕ່ເວລາທ້ອນໂຮມປະເທດຊາດເປັນເອກະພາບ (30/4/1975 - 30/4/2025), ຫວຽດນາມໄດ້ຫັນປ່ຽນຕົວເອງຈາກປະເທດພວມພັດທະນຖືກສົງຄາມທຳລາຍກາຍເປັນປະເທດສັນຕິພາບ ບັນລຸຖານະເປັນປະເທດມີລາຍຮັບປານກາງຕ່ຳ. ທ່ານສາດສະດາຈານ Carl Thayer ຖືວ່າ ຫວຽດນາມ ບໍ່ພຽງແຕ່ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ຜ່ານບັນດາການພົວພັນຄູ່ຮ່ວມມືຍຸດທະສາດເທົ່ານັ້ນ ຫາກຍັງເປັນເຈົ້າການ, ຕັ້ງໜ້າເດີນຕາມ ແລະ ເຊື່ອມໂຍງເຂົ້າກັບສາກົນອີກດ້ວຍ. ທ່ານສາດສະດາຈານ Carl Thayer ສະແດງຄວາມເຊື່ອໝັ້ນຕໍ່ອະນາຄົດທີ່ສົດໃສຂອງ ຫວຽດນາມຍ້ອນວ່າ ຫວຽດນາມ ຍາມໃດກໍ່ກ້າຮັບບັນດາສິ່ງທ້າທາຍ ແລະ ຫັນມັນກາຍເປັນກາລະໂອກາດ.
ໃນຂະນະນັ້ນ, ທ່ານ Luis Arce ນັກຂ່າວສະໜາມຮົບຊາວກຸຍບາ, ຜູ້ທີ່ມີໜ້າຢູ່ໄຊງ່ອນເມື່ອວັນທີ 30 ເມສາ 1975 ຖືວ່າ ໄຊຊະນະນີ້ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດຂອງຊາດຫວຽດນາມ. ຫວຽດນາມ ໄດ້ຢູ່ໃນຍຸກສະໄໝໃໝ່ໃນໄລຍະ 50ປີຜ່ານມາ ແລະ ຖ້າພິຈາລະນາກ່ຽວກັບເວລາທີ່ສັ້ນໆຄືຈັງຊີ້, ຫວຽດນາມ ບັນລຸໄດ້ໄຊຊະນະດ້ານເສດຖະກິດ ແລະ ລະບອບລະບຽບການໃນທຸກຂົງເຂດພູມປັນຍາ ແລະ ປະດິດຄິດສ້າງ.

